ສ ເກົາຫຼີ ປະກອບສ່ວນສໍາຄັນໃນການແລກປ່ຽນປະສົບການທີ່ດີ ເພື່ອເອົາຊະນະ COVID-19

    ຂໍ້ມູນຈາກອົງການອະນາໄມໂລກ ລະບຸວ່າ: ສ ເກົາຫຼີ ກາຍເປັນແບບຢ່າງທີ່ດີໃຫ້ປະເທດອື່ນໃນການເອົາຊະນະພະຍາດ COVID-19 ລະບົບການບໍລິຫານລັດທີ່ມີປະສິດທິຜົນ ແລະ ເຕັກໂນໂລຊີ ໄດ້ປະ ກອບສ່ວນໃນຜົນສຳເລັດໃນການເອົາຊະນະພະຍາດດັ່ງກ່າວ ສ ເກົາຫຼີ ແມ່ນໜຶ່ງໃນບັນດາປະເທດທີ່ປະເຊີນກັບພະຍາດ COVID-19 ກ່ອນປະເທດອື່ນ ແລະ ໄດ້ກວດພົບກໍລະນີທຳອິດ ວັນທີ 20 ມັງກອນ 2020 ຈຳນວນຜູ້ຕິດເຊື້ອລາຍວັນເພີ່ມຂຶ້ນສູງສຸດ 900 ກໍລະນີໃນທ້າຍເດຶອນກຸມພາ ແຕ່ສາມາດຄວບຄຸມໃຫ້ຫຼຸດລົງຮອດ 100 ຄົນພາຍໃນ 2 ອາທິດຕໍ່ມາ ສິ່ງສຳຄັນ ລັດຖະບານ ສ ເກົາຫຼີ ໄດ້ຕັດສິນໃຈວ່ອງໄວໃນການປ້ອງກັນໄວຣັສແຕ່ເລີ່ມຕົ້ນ ຄວາມໄວຂອງການຕອບສະໜອງໄດ້ສະແດງອອກ ເຊັ່ນ: ເຈົ້າໜ້າທີ່ກວດແຕ່ລະກໍລະນີ ສິ່ງທີ່ສຳຄັນແມ່ນການແຍກຕົວຜູ້ທີ່ຕິດເຊື້ອ ແລະ ຕິດຕາມຜູ້ຕິດຕໍ່.

    ສ ເກົາຫຼີ ແມ່ນໜຶ່ງໃນປະເທດທີ່ສາມາດເອົາຊະນະການລະບາດໄດ້ຢ່າງວ່ອງໄວ ຍ້ອນລະບົບການບໍລິການສາທາລະນະມີປະສິດທິຜົນສູງ ແລະ ມີການເງິນທີ່ດີ ລັດຖະບານ ສ ເກົາຫຼີ ໄດ້ສ້າງພື້ນຖານໂຄງລ່າງ ນະໂຍບາຍ ລະບົບກວດກາ ລະບົບຕິດຕາມ ແລະ ຮັກສາ ເຊິ່ງປະກອບສ່ວນໃນຜົນສຳເລັດດັ່ງກ່າວ ການຄຸ້ມຄອງທີ່ມີປະສິດທິຜົນຂອງລັດຖະບານ ສ ເກົາຫຼີ ສະແດງອອກໃນຖະແຫຼງການຂອງທ່ານ Moon Jae-In ປະທານາທິບໍດີ ສ ເກົາຫຼີ ໃນວັນທີ 30 ມັງກອນ 2020 ທີ່ໄດ້ກ່າວວ່າ: ມາດຕະການປ້ອງກັນ ຄວນຈະເຂັ້ມແຂງພໍ ຈົນຖືວ່າເປັນສິ່ງທີ່ເກີນກຳນົດ.

    ລັດຖະບານ ສ ເກົາຫຼີ ຄຸ້ມຄອງການລະບາດໂດຍເນັ້ນໃສ່ຄວາມໂປ່ງໃສ ແລະ ຫຼັກຖານ ເປີດການສື່ສານລະຫວ່າງພາກເອກະຊົນ ແລະ ພາກລັດ ນຳໃຊ້ນະວັດຕະກຳ ເຕັກໂນໂລຊີ ແລະ Big Data ເຊັ່ນ: GPS ຕິດຕາມຂໍ້ມູນຈາກໂທລະສັບ ແລະ ລົດ ການໂອນບັດເຄຣດິດ ປະຫວັດການເດີນທາງ ກ້ອງວົງຈອນປິດ ແລະ ປັນຍາປະດິດ ເພື່ອຕິດຕາມການເຄື່ອນໄຫວຂອງຜູ້ຕິດເຊື້ອ.

    ທ່ານ ປອ ຊິນຊັງຊູນ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ກ່າວວ່າ: ລັດຖະບານ ສ ເກົາຫຼີໄດ້ສືບຕໍ່ປະກອບສ່ວນ ແລະ ຮ່ວມມືດ້ານວຽກງານສາທາລະນະສຸກທົ່ວໂລກ ນຳບັນດາອົງການແລະ ຫຼາຍປະເທດ ເພື່ອຊ່ວຍບັນດາປະເທດກຳລັງພັດທະນາໃຫ້ມີຄວາມສາມາດຕອບໂຕ້ກັບວິກິດໃນອະ ນາຄົດ ພ້ອມນີ້ ສ ເກົາຫຼີ ຍັງຊຸກຍູ້ໃຫ້ມີການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນຕື່ມອີກ.

    ໃນບົດລາຍງານຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ (NERI) ກ່ຽວກັບຜົນກະທົບຂອງການລະບາດຂອງພະຍາດ COVID-19 ຕໍ່ເສດຖະກິດ ແລະ ການສະເໜີບາງມາດຕະການ ສືບຕໍ່ການສົ່ງເສີມການລົງທຶນໃນອຸດສາຫະກຳສະບຽງອາຫານ ກະສິກຳ ອຸປະກອນການແພດ ແລະ ການທ່ອງທ່ຽວ ເປັນສິ່ງທີ່ສຳຄັນສຳລັບ ສປປ ລາວ ພ້ອມນີ້ ລັດຖະບານລາວຄວນສຸມໃສ່ການອຳນວຍຄວາມສະດວກໃນການເຂົ້າເຖິງແຫຼ່ງເງິນໃຫ້ SME ປັບປຸງເງື່ອນໄຂຕ່າງໆໃຫ້ສະດວກໃນການລົງທຶນ ແລະ ດຳເນີນທຸລະກິດໃນ ສປປ ລາວ.

   ທ່ານ ສຈ ປອ KWON Pyung-oh ປະທານ ແລະ ຜູ້ອຳນວຍການອົງການສົ່ງເສີມການຄ້າ ແລະ ການລົງທຶນ ສ ເກົາຫຼີ (KOTRA) ໄດ້ເນັ້ນໜັກປະຕິບັດໜ້າທີ່ຂອງຕົນໃນການຊ່ວຍເຫຼືອຜູ້ຊື້ ແລະ ນັກລົງທຶນ ເພື່ອຮັກສາກິດຈະການທຸລະກິດໃນໄລຍະປະເຊີນກັບພະຍາດ COVID-19 ໃນຕົ້ນເດືອນເມສາຜ່ານມາ ກະຊວງພາຍໃນ  ແລະ ຄວາມປອດໄພ ສ ເກົາຫຼີ ໄດ້ສະເໜີຕໍ່ ສປປ ລາວ ໃນການສະໜອງແອັບກ່ຽວກັບການປ້ອງກັນຄວາມປອດໄພ (Self-Quarantine Safety Protection Application) ເຊິ່ງ online meeting ນໍາສູນບໍລິຫານລັດ E-Government Center ກໍໄດ້ຖືກຈັດຂຶ້ນໂດຍ KOTRA Vientiane ນອກນີ້ລັດຖະບານ ແລະ ບໍລິສັດເກົາຫຼີ ຍັງຈະເພີ່ມທະວີການແລກປ່ຽນເຕັກໂນໂລຊີ ແລະ ປະສົບການກັບຄູ່ຮ່ວມ ກໍຄື ສປປ ລາວ ເພື່ອພັດທະນາແບບຍືນຍົງ. 

# ຂ່າວ & ພາບ: ສະບາໄພ

error: Content is protected !!