ໂດຍລວມແລ້ວ ເດີ່ນສະໜາມຫຼວງນະຄອນຫຼວງວຽງຈັນ ເປັນສະຖານທີ່ສູນລວມອອກກຳລັງກາຍຂອງຊາວນະຄອນຫຼວງວຽງຈັນ ເຊິ່ງໃນທຸກໆເຊົ້າ ແລະ ຫຼັງເລີກຈາກວຽກຈາກງານ ຄົນຈໍານວນຫຼາຍຈະໄດ້ພ້ອມກັນມາຍ່າງອອກກຳລັງກາຍຢູ່ສະຖານທີ່ແຫ່ງນີ້.

ປັດຈຸບັນ ພາຍຫຼັງທີ່ມີການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນຂອງນະຄອນຫຼວງວຽງຈັນເປັນວົງກ້ວາງ ເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ອອກຄໍາສັ່ງເລກທີ 016/ຈນວ ເຊິ່ງໄດ້ກຳນົດຫຼາຍຂໍ້ຫ້າມໃນນັ້ນ ມີຂໍ້ຫ້າມບໍ່ໃຫ້ອອກກຳລັງກາຍໃນສະຖານທີ່ແຈ້ງ ແລະ ອື່ນໆ ເຮັດໃຫ້ສວນສະໜາມຫຼວງໃນມື້ນີ້ບໍ່ມີຄົນອອກກຳລັງກາຍ ພ້ອມນັ້ນ ກໍຍັງມີກຳລັງປ້ອງກັນຄວາມສະຫງົບເວນຍາມ ເພື່ອບອກເຕືອນພໍ່ແມ່ປະຊາຊົນທີ່ຍັງມາອອກກຳລັງກາຍ ໃຫ້ກັບຄືນ ແລະ ມີສະຕິໃນການປ້ອງກັນຕົນເອງຈາກການລະບາດ ພະຍາດໂຄວິດ-19.
.
# ຂ່າວ – ພາບ : ຂັນທະວີ