ທ່າແຕງ ເຂັ້ມງວດປ້ອງກັນພະຍາດໂຄວິດ-19 ເນື່ອງຈາກພົບກໍລະນີຕິດເຊື້ອໃນຊຸມຊົນ

    ທ່ານ ແສງສຸບັນ ໄຊສະຫວັນ ຮອງເຈົ້າເມືອງທ່າແຕງ ລາຍງານໃນໂອກາດທີ່ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງເຊກອງ ລົງຕິດຕາມກ່ຽວກັບການປ້ອງກັນພະຍາດໂຄວິດ-19 ຢູ່ເມືອງດັ່ງກ່າວ ເມື່ອບໍ່ດົນນີ້ວ່າ: ເມືອງທ່າແຕງ ໄດ້ເອົາໃຈໃສ່ຢ່າງເຄັ່ງຄັດໃນການປ້ອງກັນ ຄວບຄຸມບໍ່ໃຫ້ພະຍາດໂຄວິດ-19 ແຜ່ລະບາດອອກສູ່ວົງກວ້າງ ພາຍຫຼັງກວດພົບຜູ້ຕິດເຊື້ອໃນຊຸມຊົນ 1 ກໍລະນີ ຈາກທາມລາຍອີກ 11 ຄົນ ເປັນຜູ້ສໍາຜັດກັບ C1 ແລະ C2 ມີ 159 ຄົນ ໂດຍຖືເອົາແຈ້ງການສະບັບເລກ 81 ລົງວັນທີ 14 ຂອງທ່ານຮອງເຈົ້າແຂວງເຊກອງ ແລະ ຄຳສັ່ງດ່ວນສະບັບເລກທີ 06 ລົງວັນທີ 14 ຂອງທ່ານເຈົ້າເມືອງທ່າແຕງ ເປັນອາວຸດເຂັ້ມງວດ ລ໋ອກດາວປິດກິດຈະການຕ່າງໆທົ່ວເມືອງ ພ້ອມທັງກຳນົດເອົາບ້ານທ່າແຕງເໜືອ  ແລະ  ບ້ານຫ້ວຍຊາຍເປັນບ້ານເຂດແດງ ແລະ  ກໍານົດເອົາບ້ານທ່າແຕງໃຕ້  ໂກງຕາຢຸນ  ແລະ ບ້ານປະແຫຼງ ເໜືອ ເປັນບ້ານເຂດເຫຼືອງ ສ່ວນທີ່ເຫຼືອ 42 ບ້ານ ແມ່ນບ້ານເຂດຂຽວ.

    ໃນຂະນະທີ່ກຳນົດປິດການເຂົ້າ-ອອກເມືອງ ແຕ່ວັນທີ 17-26 ກັນຍາ 2021 ຢູ່ 2 ດ່ານ ຄື: ດ່ານກົກພຸງໃຕ້ ແລະ ດ່ານບ້ານຫຼັກຂາວ ເຊິ່ງໄລຍະ 10 ວັນ ໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ແຕ່ວັນທີ 4-15 ກັນຍາ 2021 ມີຄົນເຂົ້າ-ອອກ 2.155 ຄົນ ໃນນີ້ ຄົນລາວ 1.972 ຄົນ ຄົນໄທ 17 ຄົນ ຄົນຫວຽດ 131 ຄົນ ຄົນຈີນ 35 ຄົນ ປັດຈຸບັນກຸ່ມເປົ້າໝາຍໃນເກນອາ ຍຸ 18-60 ປີ ໄດ້ຮັບການສັກວັກຊີນແລ້ວ 20.125 ຄົນ ເທົ່າກັບ 79,94% ຂອງຈຳນວນເປົ້າໝາຍຫຼາຍກວ່າ 25.000 ຄົນທົ່ວເມືອງ ພ້ອມທັງໄດ້ກຽມຄວາມພ້ອມເພື່ອຮັບມືກັບການລະບາດພະຍາດໂຄວິດ-19 ໂດຍກຳນົດເອົາຫ້ອງການກຸ່ມ 4 ບ້ານຈະກຳໃຫຍ່ ເຮືອນພັກເກັບກູ້ລະເບີດ ແລະ ໂຮງຮຽນ ມສ ທ່າແຕງໃຕ້ ເປັນສູນກັກບໍລິເວນ ຈັດແບ່ງ 4 ທີມງານເຈົ້າໜ້າທີ່ ແພດພາກສະໜາມ ແລະ ອຸປະກອນການແພດຊຸດແພດ ເຈວລ້າງມື ແລະ ລົດສົ່ງຄົນເຈັບ 2 ຄັນ. 

    ສໍາລັບແຜນການຕໍ່ໜ້າ ຈະສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ ຄວບຄຸມພະຍາດໂຄວິດ-19 ດ້ວຍຄວາມເປັນເຈົ້າການ ແລະ ກຽມພ້ອມທຸກເງື່ອນໄຂ ໂດຍສະເພາະສືບຕໍ່ຄົ້ນຫາຜູ້ສຳຜັດໃກ້ຊິດ C1 ແລະ C2 ລົງສຸຂະສຶກສາວຽກງານກັ່ນກອງດ້ວຍຕົນເອງ ແລະ ຄອບຄົວເຄື່ອນທີ່ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍ ຕັ້ງຈຸດກວດຊາຍແດນເຊື່ອມຕໍ່ລະຫວ່າງບ້ານຕໍ່ບ້ານ ແລະ ເມືອງຕໍ່ເມືອງ ຕ່າງແຂວງ ຈຸດກວດຄົນເຂົ້າ-ອອກໃນຕະຫຼາດ ແລະ ປ່ອງຂ້າມລອຍຢ່າງເຂັ້ມງວດ ກວດກາເຄັ່ງຄັດການຂົນສົ່ງສິນຄ້າ ແລະ ຕິດຕາມກັ່ນກອງຄົນເຂົ້າ-ອອກເມືອງໃຫ້ເຂັ້ມງວດກວ່າເກົ່າ.

    ໂອກາດນີ້ ທ່ານ ດົງເພັດ ພະຍົນ ກໍໄດ້ມອບອຸປະກອນການແພດ 22 ລາຍການ ແລະ ເສື່ອນອນ 20 ຊຸດ ມູນຄ່າ 23.156.863 ກີບ ໃຫ້ເມືອງທ່າແຕງ ໂດຍມີທ່ານ ແສງສຸບັນ ໄຊສະຫວັນ ຮອງເຈົ້າເມືອງ ປະທານສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມດ້ວຍຄະນະ ເຂົ້າຮ່ວມ. 

#  ຂ່າວ – ພາບ :  ສະບາໄພ

error: Content is protected !!