LaoVietBank ສາຂາຈໍາປາສັກ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ປກສ ນະຄອນປາກເຊ

    ວັນທີ 17 ກັນຍາ 2021 ຢູ່ທີ່ຫ້ອງການກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນປາກເຊ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ສາຂາຈໍາປາສັກ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ກອງບັນຊາການປ້ອງກັນຄວາມສະຫງົບນະຄອນປາກເຊ ແຂວງຈໍາປາສັກ ລວມມູນຄ່າ 1 ລ້ານກີບ. 

    ຕາງໜ້າ LaoVietBank,ຝ ມອບໂດຍທ່ານ Nguyen Thanh Son ຮອງຫົວໜ້າສາຂາຈໍາປາສັກ ແລະ ກ່າວຮັບຂອງທ່ານ ພັນໂທ ຄຳຜອງ ສິງສັກເມືອງ ຫົວໜ້າກອງບັນຊາການ ປກສ ນະຄອນປາກເຊ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.

    ສໍາລັບເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງຂອງທະນາຄານຮ່ວມທຸລະກິດ ລາວ-ຫວຽດ ເພື່ອປະກອບສ່ວນຊ່ວຍເຫຼືອເຈົ້າໜ້າທີ່ ປກສ ນະຄອນປາກເຊ ເຂົ້າໃນການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19.

# ຂ່າວ & ພາບ : ຂັນທະວີ

error: Content is protected !!