ມອບເຂົ້າສານໃຫ້ຄອບຄົວທີ່ຕິດເຊື້ອພະຍາດໂຄວິດ-19 ຢູ່ 4 ບ້ານຂອງເມືອງໄຊເສດຖາ

    ໂດຍປະຕິບັດຕາມທິດຊີ້ນໍາຂອງຄະນະສະເພາະກິດ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນນະຄອນຫຼວງວຽງຈັນ (ນວ) ວັນທີ 20 ກັນຍາ 2021 ທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນວ ຕາງໜ້າໃຫ້ຄະນະສະເພາະກິດດັ່ງກ່າວ ພ້ອມຄະນະ ແລະ ຫ້ອງການແຮງງານ ສະຫວັດດີການ ແລະ ສັງຄົມ ເມືອງໄຊເສດຖາ ໄດ້ມອບເຂົ້າສານໜຽວໃຫ້ແກ່ຄອບຄົວທີ່ຕິດເຊື້ອພະຍາດໂຄວິດ-19 ຢູ່ 4 ບ້ານຂອງເມືອງໄຊເສດຖາ ໂດຍຜ່ານອົງການປົກຄອງບ້ານ 3 ບ້ານ ເພື່ອນໍາໄປມອບສົ່ງຕໍ່ໃຫ້ກັບຄອບຄົວດັ່ງກ່າວ. 

    ບ້ານທີ່ໄດ້ຮັບເຂົ້າສານໜຽວ ປະກອບມີບ້ານ ນາໄຊ ຈໍານວນ 24 ກີິໂລ ຕາງໜ້າຮັບຂອງທ່ານ ນາງ ຈັນເພັງ ສ. ພາບມີໄຊ ນາຍບ້ານນາໄຊ ພ້ອມຄະນະ ພາຍໃນບ້ານດັ່ງກ່າວ ມີຜູ້ຕິດພະຍາດໂຄວິດ.19 ຈໍານວນ 2 ຄົນ ແລະ ຜູ້ທີ່ຢູ່ໃນກຸ່ມສ່ຽງ 10 ຄົນ ທັງໝົດແມ່ນໄດ້ຈໍາກັດບໍລິເວນຕົນເອງຢູ່ເຮືອນ ສ່ວນຜູ້ທີ່ຕິດພະຍາດໂຄວິດ-1ຊ ຫຼັງຈາກປິ່ນປົວດີແລ້ວ ໄດ້ສືບຕໍ່ກັກບໍລິເວນຢູ່ໂຮງແຮມວັນຊະນະ ສ່ວນບ້ານສະຫພັງໝໍ້ ເຂົ້າສານໜຽວ 12 ກິໂລ ຕາງໜ້າຮັບຂອງທ່ານ ສໍາລານ ດວງປັນຍາ ນາຍບ້ານສະພັງໝໍ້ ບ້ານນີ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈໍານວນ 3 ຄົນ ຍິງ 2 ຄົນ. 

    ນອກນີ້ ສືບຕໍ່ມອບໃຫ້ບ້ານໂນນຄໍ້ໃຕ້ ຈໍານວນ 12 ກິໂລ ຕາງໜ້າຮັບຂອງທ່ານ ນາງ ອົ້ນ ແກ້ວມະນີວົງ ຮອງນາຍບ້ານໂນນຄໍ້ ເຊິ່ງບ້ານມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈໍານວນ 1 ຄົນ ແລະ ບ້ານຄໍາສະຫວາດ 12 ກິໂລ ຕາງໜ້າຮັບຂອງທ່ານ ກໍລະກັນ ຈັນທະວົງສາ ຮອງນາຍບ້ານຄໍາສະຫວາດ ເຊິ່ງບ້ານນີ້ ມີຜູ້ຕິດພະຍາດໂຄວິດ-19 ຈໍານວນ 4 ຄົນ. 

    ເຖິງຢ່າງໃດກໍຕາມ ຜ່ານການສໍາພາດນາຍບ້ານແຕ່ລະບ້ານໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບການລາຍງານວ່າມີປະຊາຊົນພາຍໃນບ້ານຕິດເຊື້ອພະຍາດໂຄວິດ-19 ອໍານາດການປົກຄອງບ້ານໄດ້ສົມທົບກັບກໍາລັງ ປກສ- ປກຊ ຂັ້ນບ້ານ ເພີ່ມທະວີມາດຕະການປ້ອງກັນຢ່າງເຂັ້ມງວດ ໄດ້ໂຄສະນາແຈ້ງການ ຄໍາສັ່ງຂອງຄະນະສະເພາະກິດ ຜ່ານໂທລະໂຄ່ງປະຈໍາບ້ານເປັນແຕ່ລະໄລຍະ ແລະ ອື່ນໆ. 

    ທ່ານ ສາລະພິດ ສູນວໍລະວົງ ໃຫ້ສໍາພາດຕື່ມວ່າ: ການມອບຄັ້ງນີ້ ເປັນການປະກອບສ່ວນຊ່ວຍເຫຼືອສະມາຊິກຄອບຄົວທີ່ຕິດເຊື້ອພະຍາດໂຄວິດ-19 ເພື່ອບໍ່ໃຫ້ອອກໄປໃສ ໃຫ້ກໍາລັງໃຈໃນການຈໍາກັດບໍລິເວນຕົນເອງ ເພື່ອສະກັດກັ້ນບໍ່ໃຫ້ມີການລະບາດຕື່ມ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!