ສຳຫຼວດ-ອອກແບບ ລະບົບຄຸ້ມຄອງການເງິນພາກລັດແບບດິຈີຕອນ

    ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈກ່ຽວກັບການສຳຫຼວດ ແລະ ອອກແບບໂຄງການລະບົບຄຸ້ມຄອງການເງິນພາກລັດແບບດິຈີຕອນ ຈັດຂຶ້ນວັນທີ 16 ກັນຍາ 2021 ຢູ່ກົມສ່ວຍສາອາກອນ ກະຊວງການເງິນ ລະຫວ່າງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ເຄວິນ ຫູ ປະທານບໍລິສັດ ຫົວເຫວີຍ ເທັກໂນໂລຊີລາວຈໍາກັດຜູ້ດຽວ ມີທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ  ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ກ່າວວ່າ: ໂຄງການນີ້ ມີຄວາມສໍາຄັນ ເພື່ອສ້າງເປັນແຜນຍຸດທະສາດການຫັນວຽກງານການເງິນເປັນດີຈິຕອນ ໂດຍໄດ້ກໍານົດໃຫ້ບໍລິສັດຫົວເຫວີຍເປັນຜູ້ສຳຫຼວດອອກແບບໃນການຈັດຕັ້ງປະຕິບັດ ໃນນັ້ນ ຈະໄດ້ລົງເລິກສຶກສາກວມເອົາ 2 ຂົງເຂດຄື:  ການສຳຫຼວດ ອອກແບບລະບົບຄຸ້ມຄອງການເງິນພາກລັດເປັນດິຈິຕອນ ແລະ ການສ້າງແຜນຍຸດທະສາດ ການຫັນວຽກງານການເງິນເປັນດິຈິຕອນ ໂດຍຈະສຸມໃສ່ບັນດາໜ້າວຽກຕົ້ນຕໍ ຄື: ລະບົບພາສີອັດສະລິຍະ ລະບົບຄຸ້ມຄອງອົງກອນແບບລວມສູນ ສູນວິເຄາະ-ວິໄຈການເງິນພາກລັດ ລະບົບຄຸ້ມຄອງຫ້ອງການແບບດິຈິຕອນ ແລະ ລະບົບຄຸ້ມຄອງບຸຄະລາກອນ ລະບົບຄຸ້ມຄອງລັດວິສາຫະກິດ ລະບົບເຊື່ອມຕໍ່ຂໍ້ມູນບັນຊີຂອງຫົວໜ່ວຍທຸລະກິດ ການຊໍາລະສະສາງແບບດິຈິຕອນ ພື້ນຖານໂຄງລ່າງເຄືອຂ່າຍ ແລະ ຄວາມປອດໄພແບບຄລາວ (MOF Cloud).

    ການດໍາເນີນໂຄງການນີ້ ຈະໃຫ້ສໍາເລັດການສຶກສາໃນໄລຍະ 3 ເດືອນ ກ່ອນການເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງໃນປີ 2022-2023 ດ້ານການປະຕິບັດພາຍຫຼັງທີ່ໄດ້ສໍາເລັດການສໍາຫຼວດ ແລະ ອອກແບບລະບົບດັ່ງກ່າວແລ້ວ ກະຊວງການເງິນຈະໄດ້ນຳສະເໜີຕໍ່ລັດຖະບານເພື່ອພິຈະລະນາຮັບຮອງເອົາ ລະບົບດັ່ງກ່າວເຂົ້າເປັນແຜນງານຂອງລັດຖະບານ ນອກນັ້ນ ກະຊວງການເງິນຍັງຈະໄດ້ມີການປະສານສົມທົບ ແລະ ເຮັດວຽກຮ່ວມກັບບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອຮັບປະກັນໃຫ້ລະບົບຄຸ້ມຄອງການເງິນພາກລັດໄດ້ມາດຕະຖານ ສາມາດເຊື່ອມຕໍ່ກັບຂະແໜງການທີ່ກ່ຽວຂ້ອງໄດ້ຢ່າງມີປະສິດທິຜົນ.

       ທ່ານ ເຄວິນ ຫູ ກ່າວຕື່ມວ່າ: ໃນຂະນະດຽວກັນ ຮູບແບບການວາງແຜນ ແລະ ການອອກແບບທີ່ບໍລິສັດຫົວເຫວີຍຈະຈັດຫາໃຫ້ນັ້ນ ແມ່ນຂຶ້ນຢູ່ກັບປັນຫາ ແລະ ຄວາມຕ້ອງການຫຼັກໃນປັດຈຸບັນ ແລະ ຈະພິຈາລະນາເຖິງຄວາມຕ້ອງການຂອງລະບົບເຊື່ອມຕໍ່ ແລະ ການພັດທະນາໃນອະນາຄົດ ລວມເຖິງການປະສົມປະສານທະນາຄານ ສະຖາບັນການເງິນ ແລະ ຜູ້ໃຫ້ບໍລິການດ້ານການຊໍາລະເງິນເທິງມືຖືຜ່ານແອັບພລີເຄຊັ່ນ ເພື່ອໃຫ້ບັນລຸການບໍລິການ ແລະ ການຈັດການລະບົບ EZE (end to end).

   ການລົງນາມບົດບັນທຶກຄວາມໃຈຄັ້ງນີ້ ເປັນພຽງຈຸດເລີ່ມຕົ້ນໃນບາດກ້າວ ພາຍໃນ 3 ເດືອນຕໍ່ຈາກນີ້ ຫົວເຫວີຍຈະເຮັດການສໍາຫຼວດ ອອກແບບ ແລະ ພັດທະນາລະບົບຄຸ້ມຄອງການເງິນພາກລັດແບບດິຈີຕອນ ກໍານົດກົນລະຍຸດການປ່ຽນແປງທາງດິຈີຕອນ ແລະ ກຽມພ້ອມສໍາລັບໂຄງການເພື່ອເຂົ້າສູ່ຂັ້ນຕອນການປະຕິບັດງານໃຫ້ໄວທີ່ສຸດ ແລະ ຫວັງຢ່າງຍິ່ງວ່າ ທຸກພາກສ່ວນຈະໃຫ້ການສະໜັບສະໜຸນຢ່າງຕໍ່ເນື່ອງໃນວຽກທີ່ກໍາລັງຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນງານທີ່ວາງໄວ້.

#  ຂ່າວ – ພາບ :  ລັດເວລາ

error: Content is protected !!