ແຮງງານລາວກັບຈາກປະເທດເພື່ອນບ້ານ ໄດ້ຮັບການຊ່ວຍເຫຼືອສະບຽງອາຫານ

    ກະຊວງສາທາລະນະສຸກ ແລະ ອົງການອາຫານໂລກ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກລັດຖະບານແຫ່ງປະເທດຝຣັ່ງ ເມື່ອວັນທີ 16 ກັນຍາ 2021 ທີ່ນະຄອນຫຼວງວຽງຈັນ ເພື່ອນໍາໃຊ້ເຂົ້າໃນການສະໜອງອາຫານໃຫ້ແກ່ແຮງງານທີ່ກັບຈາກປະເທດເພື່ອນບ້ານ ໃນສູນຈໍາກັດບໍລິເວນໂຄວິດ-19 ມູນຄ່າ 236.000 ໂດລາສະຫະລັດ ປະມານ 2,26 ຕື້ກີບ ເພື່ອຊ່ວຍເຫຼືອທາງດ້ານສະບຽງອາຫານໃຫ້ແກ່ແຮງງານທີ່ຢູ່ໃນສູນຕນຈໍາກັດບໍລິເວນ 18 ສູນ ໃນ 7 ແຂວງທົ່ວປະເທດ ໂດຍອົງການອາຫານໂລກ ແລະ ອົງການເພື່ອນຮ່ວມງານ ອົງການກາແດງສະວິດ ອົງການກາແດງລາວ ແລະ ອົງການສຸພານິມິດສາກົນ ຈະໄດ້ນໍາໃຊ້ເງິນຈາກການຊ່ວຍເຫຼືອຄັ້ງນີ້ ສະໜອງອາຫານທີ່ມີໂພຊະນາການ 3 ຄາບ ໃນແຕ່ລະມື້ໃຫ້ແກ່ແຮງງານຫຼາຍກວ່າ 5.600 ຄົນ ທີ່ກັບມາຈາກປະເທດເພື່ອນບ້ານ.

#  ຂ່າວ – ພາບ :  ຂັນທະວີ

error: Content is protected !!