ອາເມຣິກາ ສືບຕໍ່ສະໜັບສະໜູນວຽກງານສາທາລະນະສຸກ

    ພີທີມອບ-ຮັບ ຫໍພັກ ເຮືອນຄົວ ແລະ ເຮືອນສວນໃນຮົ່ມ ເຊິ່ງແມ່ນໂຄງການໄລຍະ 3 ຂອງການຮ່ວມມືໃນໂຄງການລິເລີ່ມທາງດ້ານໂພຊະນາການ ລາວ-ອາເມຣິກາ ທີ່ໄດ້ຮັບທຶນສະໜັບສະໜູນໂດຍລັດຖະບານ ສະຫະລັດອາເມຣິກາ ໂດຍຜ່ານທູດທະຫານຂອງສະຫະລັດອາເມຣິກາ ຈັດຂຶ້ນວັນທີ 16 ກັນຍາ 2021 ຢູ່ສູນໂພຊະນາການ ກ່າວມອບໂດຍທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳ  ສປປ ລາວ ແລະ ກ່າວຮັບແມ່ນທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະ /ນະສຸກ ມີທ່ານ ພອນສະຫວັນ ແກ້ວນະຄອນ ຮັກສາການຫົວໜ້າສູນໂພຊະນາການ ກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ບຸນແຝງ ພູມມະໄລສິດ ກ່າວວ່າ: ຈຸດປະສົງຂອງການປຸກສ້າງ ແມ່ນສືບຕໍ່ມາຈາກໄລຍະທີ 1 ໃນການສ້າງອາຄານຫ້ອງການ ໄລຍະ 2 ແມ່ນການສ້າງອາຄານໃນການອົບຮົມ ບັນດາຕືກອາການເຫຼົ່ານີ້ ແມ່ນຈະນໍາໃຊ້ເພື່ອສະໜັບສະໜູນໃນການນຳໃຊ້ເປັນສະຖານທີ່ໃນການເສີມສ້າງຄວາມອາດສາມາດໃຫ້ແກ່ພະນັກງານ ທາງດ້ານໂພຊະນາການ ໃຫ້ມີຄວາມຊ່ຽວຊານໃນການດຳເນີນການຄົ້ນຄວ້າ ແລະ ນຳໃຊ້ຜົນຂອງການຄົ້ນຄວ້າທາງດ້ານໂພຊະນາການ ເພື່ອແກ້ໃຂບັນຫາການຂາດສານອາຫານໃນ ສປປ ລາວ

    ຂ້າພະເຈົ້າ ຕາງໜ້າໃຫ້ກະຊວງສາທາລະນະສຸກ ກໍຄືປະຊາຊົນລາວ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕື່ມອີກເທື່ອໜຶ່ງ ຕໍ່ກັບການສືບຕໍ່ສະໜັບສະໜູນວຽກງານຂອງກະຊວງສາທາລະນະສຸກ ໃນທ່າມກາງທີ່ປີນີ້ ສະຫະລັດອາເມຣິກາ ແລະ ສປປ ລາວ ກຳລັງສະເຫຼີມສະຫຼອງຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມມືຮອບດ້ານ ລະຫວ່າງສະຫະລັດອາເມຣິກາ ແລະ ສປປ ລາວ ພວກເຮົາຂໍໃຫ້ຄຳໝັ້ນສັນຍາວ່າ ພວກເຮົາຈະນຳໃຊ້ທຸກອາຄານ ແລະ ສະຖານທີ່ ທີ່ທ່ານໃຫ້ການຊ່ວຍເຫຼືອ ແລະ ຈະເປັນຄູ່ຮ່ວມງານເພື່ອປັບປຸງສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງປະຊາຊົນລາວ ໂດຍການໃຫ້ການສະໜັບສະໜູນ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ແລະ ຈະບູລະນະຮັກສາໃຫ້ຈົບງາມ ສະອາດງາມຕາ ແລະ ຄົງໄວ້ຄວາມມາດຕະຖານ.
     ພາຍໃຕ້ການນຳພາຂອງກະຊວງສາທາລະນະສຸກ ພວກເຮົາຈະໃຫ້ການຮ່ວມມືີທີ່ເຂັ້ມແຂງ ແລະ ການເປີດກວ້າງໃນການຊອກຫາວິທີການໃໝ່ເພື່ອສ້າງຄູ່ຮ່ວມງານນີ້ ພວກເຮົາຈະສາມາດກຳນົດບັນຫາໄດ້ດີຂຶ້ນ ແລະ ເພື່ອຊອກຫາວິທີການແກ້ໄຂໃຫ້ທັນເວລາ ເພື່ອຂ້າມຜ່ານບັນຫາການຂາດສານອາຫານໃນ ສປປ ລາວ ເນື່ອງຈາກວ່າວຽກງານໂພຊະນາການແມ່ນມີສ່ວນຮ່ວມຂອງຫຼາຍຂະແໜງການ ມີການພົວພັນດ້ານສາທາລະນະສຸກ ກະສິກຳ ນໍ້າ ແລະ ສຸຂະອະນາໄມ ແລະ ການສຶກສາ ພວກເຮົາຈະມີສ່ວນຮ່ວມຈາກບັນດາກະຊວງຕ່າງໆຂອງລັດຖະບານ ໂດຍຜ່ານກອງເລຂາຄະນະກຳມະການແຫ່ງຊາດດ້ານໂພຊະນາການ ທີ່ມີຫ້ອງການຢູ່ສູນໂພຊະນາການ  ໃນວາລະອັນດີນີ້ ຂ້າພະເຈົ້າຂໍກ່າວຮັບເອົາຕືກດັ່ງກ່າວຢ່າງເປັນທາງການນັບແຕ່ມື້ນີ້ເປັນຕົ້ນໄປ.

#  ຂ່າວ – ພາບ :  ສີພອນ ຈັນທະດາລາ

error: Content is protected !!