ນວ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຕິດພັນກັບມະຕິກອງປະຊຸມໃຫຍ່ຄັ້ງທີ VII

    ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນວ ຜ່ານລະບົບທາງໄກ ວັນທີ 16 ກັນຍາ 2021 ທີ່ຫ້ອງວ່າການ ນວ ເປັນປະທານຂອງສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ມີຮອງເລຂາຄະນະພັກ ກໍາມະການປະຈໍາພັກ ກໍາມະການພັກນະຄອນຫຼວງວຽງຈັນ ເລຂາ ຮອງເລຂາຄະນະພັກ 9 ເມືອງ ພ້ອມດ້ວຍຫົວໜ້າໂຄສະນາອົບຮົມ ຫ້ອງການແຜນການ ແລະ ການລົງທຶນ ຫ້ອງວ່າການຄະນະຈັດຕັ້ງ ແລະ ອົງການກວດກາພັກ-ລັດເມືອງ ນອກນີ້ ຍັງມີ ເລຂາຄະນະພັກ ກອງບັນຊາການ ປກຊ-ປກສ ຄະນະພັກ ຄະນະນໍາພະແນກການ-ອົງການທຽບເທົ່າຂັ້ນ ນວ ເຂົ້າຮ່ວມຢ່າງພ້ອມພຽງ.

    ການຈດກອງປະຊຸມຄັ້ງນີ້ ຢູ່ໃນໄລຍະທີ່ຄະນະພັກ-ຄະນະນຳ ສະມາຊິກພັກ ພະນັກງານ ແລະ ປະຊາຊົນຊາວ ນວ ພວມສຸມໃສ່ການປະຕິບັດມາດຕະການຕ່າງໆໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ມີທ່ວງທ່າຂະຫຍາຍເປັນວົງກວ້າງ ແຕ່ເນື່ອງຈາກພວກເຮົາເອງກໍມີຄວາມຈໍາເປັນຕ້ອງໄດ້ຈັດກອງປະຊຸມເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິດັ່ງກ່າວໃຫ້ຫັນເຂົ້າສູ່ລວງເລິກຂອງທຸກຂົງເຂດວຽກງານໃນ ນວ ແຕ່ນີ້ຮອດປີ 2025 ແຕ່ຫົວທີ ດັ່ງນັ້ນ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ຈຶ່ງໄດ້ຈັດກອງປະຊຸມຜ່ານວີດີໂອທາງໄກ ເຊິ່ງໄດ້ແບ່ງອອກເປັນ 28 ຈຸດ ໃນນີ້ 19 ຈຸດຢູ່ ນວ ແລະ 9 ຈຸດ ຢູ່ຕາມ 9 ເມືອງ ໂດຍລວມແລ້ວ ເນື້ອໃນຈິດໃຈເປັນການຜັນຂະຫຍາຍມະຕິຂອງພັກຖືເອົາເປັນການກຽມຄວາມພ້ອມດ້ານເນື້ອໃນ-ແຜນການ ເພື່ອເປັນບ່ອນອີງໃຫ້ແກ່ຄະນະພັກແຕ່ລະຂັ້ນ ໃນທົ່ວ ນວ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຂອງຕົນ.

.

#  ຂ່າວ – ພາບ :  ຂັນທະວີ

error: Content is protected !!