ຄຳ​ມ່ວນ ສືບຕໍ່ເພີ່ມທະວີເຂັ້ມ​ງວດ​ໃນ​ການ​ສະ​ກັດ​ກັ້ນ​ພະ​ຍາດ​ໂຄວິດ-19

    ເພື່ອ​ສະ​ກັດ​ກັ້ນ ຄວບ​ຄຸມ ແລະ ປ້ອງ​ກັນ​ເຊື້ອ​ພະ​ຍາດ​ໂຄວິດ-19 ບໍ່​ໃຫ້​ແຜ່​ລະ​ບາດ​ໃນ​ຊຸມ​ຊົນ​ອອກ​ເປັນ​ວົງ​ກວ້າງ ດັ່ງນັ້ນ ໃນ​ວັນ​ທີ 14 ກັນ​ຍາ 2021 ເຈົ້າ​ແຂວງ​ຄຳ​ມ່ວນ ໄດ້​ອອກ​ຄຳ​ສັ່ງເລກ​ທີ 08/ຈ​ຂ ວ່າ​ດ້ວຍ​ການ​ສືບ​ຕໍ່​ເພີ່ມ​ທະ​ວີ​ຄວາມ​ເຂັ້ມ​ງວດໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ແຂວງ​ຄຳ​ມ່ວນ​ຕື່ມ​ອີກ 14 (ວັນແຕ່​ວັນ​ທີ 14 ກັນ​ຍາ ຫາວັນ​ທີ 27 ກັນ​ຍາ 2021) ຜ່ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງ​ດັ່ງ​ກ່າວ ເຫັນ​ວ່າ​ ພະນັກ​ງານ ທະ​ຫານ ຕຳ​ຫຼວດ ນັກ​ຮຽນ-​ນັກ​ສຶກ​ສາ ຜູ້​ຄ້າ​ຂາຍ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ແລະ ຊາວ​ຕ່າງ​ປະ​ເທດທີ່​ດຳ​ລົງ​ຊີ​ວິດ​ຢູ່​ແຂວງ​ຄຳ​ມ່ວນ ແມ່ນ​ມີ​ຄວາມ​ຕື່ນ​ຕົວ​ສູງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງເລກ​ທີ 08/ຈ​ຂ ໄດ້​ດີ​ພໍ​ສົມ​ຄວນ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ບັນ​ດາຜູ້​ປະ​ກອບ​ການຫ້າງ​ຮ້ານ​ຂາຍ​ເຄື່ອງ​ຕ່າງໆແມ່ນ​ປິດ​ການ​ບໍ​ລິ​ການ ພໍ່​ແມ່ປະ​ຊ​າ​ຊົນຢຸດ​ຕິ​ການ​ເດີນ​ທາງ​ອອກ​ຈາກ​ບ້ານ ຈາກ​ເຮືອນ ​ເຮັດ​ໃຫ້​ເສັ້ນ​ທາງ​ແຕ່​ລະ​ສາຍ​ຂອງ​ຕົວ​ເມືອງ​ທ່າ​ແຂກບໍ່​ມີ​ຜູ້​ຄົນ ບວດ​ຍານ​ພາ​ຫະ​ນະ​ທຽວ​ໄປ​ມາ ບັນ​ດາ​ເຈົ້າ​ໜ້າ​ທີ່ກຳ​ລັງ ປກສ ປກ​ຊ ​ແລະ ການ​ຈັດ​ຕັ້ງ​ບ້ານ ກໍໄດ້​ຈັດ​ຕັ້ງ​ການ​ປ້ອງ​ກັນ​ເວນ​ຍາມແຕ່​ລະ​ຈຸດ​ຢ່າງ​ຕັ້ງ​ໜ້າ ແລະ ເປັນ​ເຈົ້າ​ການ ເພື່ອ​ຮັກ​ສາ​ຄວາມ​ສະ​ຫງົບ ແລະ ປອດ​ໄພ​ຂອງ​ປະ​ຊາ​ຊົນ.

    ທ່ານ ພັ​ຕ ຫຼອງ ຈັນ​ທະ​ວົງ ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຈຸດ​ທີ 2 ໄດ້​ກ່າວ​ຕໍ່​ສື່ມວນ​ຊົນ​ຂອງ​ແຂວງວ່າ: ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈທີ່​ໄດ້​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ປະ​ກອບ​ສ່ວນເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ການ​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19​ ການ​ລົງ​ມາ​ປະ​ຕິ​ບັດ​ໜ້າ​ທີ່​ຄັ້ງ​ນີ້ ​ຂ້າ​ພະ​ເຈົ້າ​ຖືກ​ຮັບ​ຜິດ​ຊອບ​ຢູ່​ເຂດ​ເທ​ດສະ​ບານ​ເມືອງ​ທ່າ​ແຂກ ແລະ ໄດ້​ແບ່ງ​ກັນ​ເປັນ​ຈຸ​​ປະ​ຈຳ​ໃນ​ແຕ່​ລະ​ຈຸດ ເພື່ອ​ຕິດ​ຕາມກວດ​ກາ​ການ​ເຄື່ອນ​ໄຫວ​ຂອງ​ຜູ້​ຄົນ ທັງ​ນີ້ກໍ​ເພື່ອ​ເຮັດ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ປອດ​ໄພ​ຂອງ​ປະ​ຊາ​ຊົນ.

     ເພື່ອເປັນການຜັນຂະຫຍາຍເນື້ອໃນຄຳສັ່ງຂອງທ່ານເຈົ້າແຂວງຄຳມ່ວນເລກທີ 08/ຈຂ ພ້ອມນີ້ ຄະນະສະເພາະກິດແຂວງຄໍາມ່ວນ ຍັງໄດ້ອອກແຈ້ງການເລກທີ 06/ສພກ ລົງວັນທີ 15 ກັນຍາ 2021 ເຖິງບຸກຄົນ ນິຕິບຸກຄົນ ການຈັດຕັ້ງທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດທີ່ເຄື່ອນໄຫວ ແລະ ດຳລົງຊີວິດຢູ່ແຂວງຄຳມ່ວນ ເລື່ອງການຈັດຕັ້ງປະຕິບັດມາດຕະການຕໍ່ຜູ້ລະເມີດຄຳສັ່ງ ຂອງເຈົ້າແຂວງ ເລກທີ 08/ຈຂ ມີດັ່ງນີ້  

  • ຈອດລົດຂົນສົ່ງສິນຄ້າ ລົດໂດຍສານສ່ວນບຸກຄົນຜ່ານແຂວງ ຈອດເອົາຄົນຂຶ້ນ-ລົງ ປັບໃໝ 500.000 ກີບ
  • ຄັ້ງທີສອງ 2 ລ້ານກີບ
  • ກໍລະນີລະເມີດອອກຈາກເຮືອນໄປນອກ ບໍ່ໃສ່ຜ້າອັດປາກ-ດັງ ປັບໃໝ 50.000 ກີບ ພ້ອມທັງກັກພາຫະນະໄລຍະປິດເມືອງ
  • ຜູ້ສໍາພັດກັບຜູ້ຕິດເຊື້ອບໍ່ກັກຕົວ ແລະ ປິດບັງທາມລາຍ ປັບໃໝ 1 ລ້ານກີບ ພ້ອມທັງດຳເນີນຄະດີຕາມກົດໝາຍ
  • ກໍລະນີລະເມີດໂມງເວລາການສັນຈອນ ບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງ ປັບໃໝ 200.000 ກີບ ຄັ້ງທີສອງ 500.000 ກີບ ກໍລະນີຈັດງານຊຸມແຊວ ງານລ້ຽງອື່ນໆ ປັບໃໝ 100.000 ກີບ/ຄົນ ເຈົ້າຂອງສະຖານທີ່ 500.000 ກີບ
  • ຄັ້ງທີສອງ 1 ລ້ານກີບ/ຄົນ ເຈົ້າຂອງສະຖານທີ່ 2 ລ້ານກີບ.
  • ກໍລະນີລະເມີດຂາຍສິ່ງມຶນເມົາ ກັກຕຸນສິນຄ້າ ປັບໃໝ 1 ລ້ານກີບ/ເຮັດບົດບັນທຶກ ຄັ້ງທີສອງ 3-5 ລ້ານກີບ/ພ້ອມໂຈະການດຳເນີນທຸລະກິດ
  • ກໍລະນີຫຼິ້ນໄພ້ ຕີໄກ່ການພະນັນອື່ນໆ ປັບໃໝ 2 ລ້ານກີບ/ຄົນ ເຈົ້າຂອງສະຖານທີ່ 5 ລ້ານກີບ ຄັ້ງທີສອງ 5 ລ້ານກີບ/ຄົນ ເຈົ້າຂອງສະຖານທີ່ 10 ລ້ານກີບ
  • ກໍລະນີລະເມີດເປີດບໍລິການທີ່ລະບຸໄວ້ຂໍ້ທີ 11 ຂອງຄຳສັ່ງເລກທີ 08/ຈຂ ປັບໃໝ 1 ລ້ານກີບ ຄັ້ງທີສອງ 3-5 ລ້ານກີບ/ໂຈະການດຳເນີນທຸລະກິດຊົ່ວຄາວ
  • ກໍລະນີລະເມີດໂມງເວລາ ເຮືອຫາປາທຽບທ່າ ແລະ ລັກລອບແຮງງານນຳເຂົ້າບໍ່ຖືກຕ້ອງ ປັບໃໝ 200.000 ກີບ/ລຳ ຄັ້ງທີສອງ 1 ລ້ານກີບ/ຍຶດເຮືອຜູ້ກ່ຽວຕະຫຼອດໄລຍະປິດເມືອງ.

   ແນວໃດກໍຕາມ ໃຫ້ປະຊາຊົນທຸກຊັ້ນຄົນເປັນເຈົ້າການຕິດຕາມ ໃນກໍລະນີພົບເຫັນຕໍ່ຜູ້ລະເມີດຄຳສັ່ງດັ່ງກ່າວ ໃຫ້ລາຍງານຕໍ່ຄະນະສະເພາະກິດແຂວງໄດ້ທີ່ເບີໂທ: ທ່ານ ບຸນໂຮມ ມຸກດາສັກ 020 5585 9996 ທ່ານ ພັທ ຄໍາຮຸ່ງ ອາລຸນສັກ 020 9951 4229 ແລະ ທ່ານ ສີຫງວນ ອິນທິລາດ 020 5522 3315.

# ຂ່າວ – ພາບ ສີພອນ ຈັນທະດາລາ

error: Content is protected !!