ທະຫານ ນວ ຮ່ວມກັບທະຫານເມືອງໄຊເສດຖາ ສ້າງຂະບວນການອະນາໄມຄອງນໍ້າ

    ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ຈັດຕັ້ງກຳລັງໃນກົມກອງຂອງຕົນ 42 ສະຫາຍ ແລະ ກຳລັງສົມທົບຈາກກອງບັນຊາການທະຫານເມືອງໄຊເສດຖາ 12 ສະ ຫາຍ ສ້າງຂະບວນການອະນາໄມຄອງນໍ້າຢູ່ບ້ານຫົວຂົວ ວັນທີ 14 ກັນຍາ 2021 ໂດຍການຊີ້ນຳ-ນໍາພາຂອງທ່ານ ພັ.ທ ຄຳສິງ ພົນປະເສີດ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານ ນວ ມີຄະນະບັນຊາກົມກອງ ຄະນະຊີ້ນໍາ ພະແນກການກ່ຽວຂ້ອງ ເຂົ້າຮ່ວມ.

    ການຈັດຕັ້ງຂະບວນການອະນາໄມຄັ້ງນີ້ ໄດ້ນຳເອົາຜັກຕົບທີ່ຮົກເຮື້ອ-ອຸດຕັນ ເຮັດໃຫ້ນໍ້າໄຫຼບໍ່ສະດວກອອກຈາກຮ່ອງລະບາຍນໍ້າ ເພື່ອແນໃສ່ເຮັດ.shຮ່ອງນໍ້າດັ່ງກ່າວມີຄວາມສະອາດ ຈົບງາມ ເປັນລະບຽບຮຽບຮ້ອຍ ທັງເປັນການປະຕິບັດຕາມນະໂຍບາຍ 6 ສ ຂອງ ນວ ແລະ ມີຜົນສໍາເລັດໃນໜ້າທີ່ການເມືອງ  ການຈັດຕັ້ງກົມກອງທີ່ໄດ້ຮັບມອບໝາຍໃຫ້ ເຊິ່ງການອະນາໄມຄັ້ງນີ້ ຕາມແຜນການແມ່ນຈະໃຫ້ສໍາເລັດໃນເວລາ 3 ວັນ.

# ຂ່າວ & ພາບ : ສະບາໄພ

error: Content is protected !!