ກະຊວງພາຍໃນ ໄດ້ຮັບຂອງຂວັນທີ່ລໍ້າຄ່າ

    ວັນທີ 15 ກັນຍາ 2021 ທີ່ກະຊວງພາຍໃນ ທ່ານ ປຣະເສີດ ບັນຈົງພັກດີ ນັກອອກແບບ ອາຈານສອນວິຈິດສິນ ທີ່ສະຖາບັນວິຈິດສິນແຫ່ງຊາດ ອາຈານສອນອອກແບບຜະລິດຕະພັນ ທີ່ຄະນະສະຖາປັດຕະຍະກໍາສາດ ມະຫາວິທະຍາໄລແຫ່ງຊາດ ທີ່ມີຜົນງານແຕ້ມຮູບສີນໍ້າມັນໃສ່ຂອບຄໍາ ຂອງປະທານປະເທດ ແຕ່ອະດີດຈົນເຖິງປັດຈຸບັນ ຈໍານວນ 8 ຮູບພາບ ມີມູນຄ່າ 8.000.000 ກີບ ເພື່ອມອບເປັນຂອງຂວັນໃຫ້ແກ່ກະຊວງພາຍໃນ ຮັບໂດຍທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ. 

    ໃນໂອກາດດັ່ງກ່າວ ທ່ານ ປອ ທອງຈັນ ມະນີໄຊ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານ ປຣະເສີດ ບັນຈົງພັກດີ ທີ່ໄດ້ມອບຮູບພາບເປັນຂອງຂວັນໃຫ້ແກ່ກະຊວງພາຍໃນຄັ້ງນີ້ ເຊິ່ງເປັນຂອງຂວັນທີ່ລໍ້າຄ່າ ແລະ ເພື່ອຕອບແທນຄຸນງາມຄວາມດີຂອງນັກອອກແບບ ຈຶ່ງໄດ້ມອບໃບຍ້ອງຍໍໃຫ້ຜູ້ກ່ຽວເພື່ອເປັນຫຼັກຖານ.

# ຂ່າວ & ພາບ : ວຽງມາ

error: Content is protected !!