ລັດຖະມົນຕີກະຊວງ ຍທຂ ຢ້ຽມຢາມໂຮງງານຜະລິດທໍ່ນໍ້າລາວ ອຸດສາຫະກໍາ ເຕັກໂນໂລຊີ ຈໍາກັດຜູ້ດຽວ

    ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຂະແໜງການກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມໂຮງງານຜະລິດທໍ່ນໍ້າລາວ ອຸດສາຫະກໍາ ເຕັກໂນໂລຊີ ຈໍາກັດຜູ້ດຽວ ພ້ອມທັງຊຸກຍູ້ສົ່ງເສີມການນໍາໃຊ້ຜະລິດຕະພັນພາຍໃນ ວັນທີ 14 ກັນຍາ 2021 ທີ່ບໍລິສັດທໍ່ນໍ້າລາວ ອຸດສາຫະກໍາ ແລະ ເຕັກໂນໂລຊີ ຈໍາກັດຜູ້ດຽວ ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຖືກຕ້ອນຮັບຈາກທ່ານ ບຸນລົງ ດວງນາລີ ປະທານບໍລິສັດ ທໍ່ນໍ້າລາວ ອຸດສາຫະກໍາ ແລະ ເຕັກໂນໂລຊີ ຈໍາກັດຜູ້ດຽວ ພ້ອມຄະນະ ແລະ ພະນັກງານຫຼັກແຫຼ່ງຂອງບໍລິສັດ. 

    ບໍລິສັດ ນໍ້າລາວ ອຸດສາຫະກຳ ເຕັກໂນໂລຊີ ຈຳກັດຜູ້ດຽວ ສ້າງຕັ້ງຂຶ້ນໃນປີ 2006 ເປັນຕົ້ນມາ ປັດຈຸບັນ ມີປະສົບການໃນການເຮັດວຽກປະມານ 16 ປີ ໂດຍມີສຳນັກງານ ແລະ ໂຮງງານຕັ້ງຢູ່ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ  ເຊິ່ງມີເນື້ອທີ່ທັງໝົດຫຼາຍກວ່າ 5 ເຮັກຕາ ແລະ ມີເຄື່ອງຈັກທັນສະໄໝ ໃຊ້ໃນການຜະລິດທໍ່ PVC U-PVC HDPE PPR ອຸປະກອນຂໍ້ຕໍ່ຕ່າງໆລວມທັງຂະໜາດນ້ອຍ ແລະ ຂະໜາດໃຫຍ່ ຫຼາຍກວ່າ 30 ເຄື່ອງ ນອກນີ້ ຍັງມີເຄື່ອງຈັກຜະລິດຖັງເກັບນໍ້າ ແລະ ຖັງບໍາບັດນໍ້າເປື້ອນຕື່ມອີກ ໂດຍມີກໍາລັງການຜະລິດ 7.000 ໂຕນຕໍ່ປີ ວັດຖຸດິບທີ່ນໍາເຂົ້າມາຜະລິດສ່ວນໃຫຍ່ ແມ່ນນຳເຂົ້າຈາກບໍລິສັດ SCG ສ່ວນ PVC ແມ່ນບໍລິສັດວິນີໂທ ແລະ ມີພະນັກງານທັງໝົດ 2.000 ຄົນ ຜັດປ່ຽນກັນເຮັດວຽກຕະຫຼອດ 24 ຊົ່ວໂມງ ມີລົດຂົນສົ່ງທັງໝົດ 25 ຄັນ ເພື່ອທໍາການຂົນສົ່ງໃຫ້ສະດວກ ແລະ ວ່ອງໄວ ໃຫ້ກັບຕົວແທນຈໍາໜ່າຍ ແລະ ລູກຄ້າທົ່ວປະເທດຫຼາຍກວ່າ 5.000 ຮ້ານ ນອກນັ້ນ ຍັງໄດ້ສະໜອງທໍ່ ແລະ ອຸປະກອນໃຫ້ແກ່ໂຄງການນໍ້າປະປາທົ່ວປະເທດ ແລະ ໂຄງການນໍ້າສະອາດຫຼາຍກວ່າ 100 ແຫ່ງ ພິເສດ ໂຮງງານຍັງມີຫ້ອງທົດລອງຄຸນນະພາບທໍ່ ແລະ ອຸປະກອນ ເປັນໂຮງງານທຳອິດໃນ ສປປ ລາວ ເພື່ອກວດສິນຄ້າໃຫ້ໄດ້ຕາມມາດຕະຖານສາກົນ ISO9001:2015 ແລະ ມາດຕະຖານລາວ ມລ 71-2009. 

    ຕອນທ້າຍ ທ່ານ ລັດຖະມົນຕີກະຊວງ ຍທຂ ໄດ້ມີຄໍາເຫັນວ່າ: ການຜະລິດທໍ່ ແລະ ອຸປະກອນຊະນິດຕ່າງໆທີ່ຮັບໃຊ້ເຂົ້າໃນວຽກງານກໍ່ສ້າງນໍ້າປະປາ ແລະ ສຸຂາພິບານຂອງໂຮງງານຜະລິດທໍ່ນໍ້າລາວ ອຸດສະຫະກໍາ ເຕັກໂນໂລຊີ ຈໍາກັດຜູ້ດຽວ ແມ່ນມີຄວາມໜ້າເຊື່ອຖື ເພາະມີລະບົບກວດກາທົດລອງຄຸນນະພາບຂອງທໍ່ທີ່ໄດ້ມາດຕະຖານສາກົນ ທັງເປັນການຊຸກຍູ້ສົ່ງເສີມໃຫ້ເສດຖະກິດຂອງລາວຈະເລີນຮຸ່ງເຮືອງ ທັງເປັນການສ້າງວຽກເຮັດງານທໍາໃຫ້ແກ່ອ້າຍນ້ອງກໍາມະກອນລາວຈໍານວນ 200 ຄົນ ທີ່ເຮັດວຽກຢູ່ໃນໂຮງງານໄດ້ຜັດປ່ຽນກັນເຮັດວຽກຕະຫຼອດ 24 ຊົ່ວໂມງ ເພື່ອກາຍເປັນມືອາຊີບ ແລະ ເປັນການຫຼຸດຜ່ອນການຂາຍແຮງງານອອກຕ່າງປະເທດ ພ້ອມນັ້ນ ທາງໂຮງງານກໍໄດ້ເອົາໃຈໃສ່ໃນການພັດທະນາຕົນເອງຢ່າງບໍ່ຢຸດຢັ້ງໃນການຜະລິດ ເຮັດໃຫ້ໄດ້ຜະລິດຕະພັນທີ່ມີຄຸນນະພາບຕາມມາດຕະຖານສາກົນ ແລະ ເປັນໂຮງງານຜະລິດທໍ່ແຫ່ງທໍາອິດທີ່ໄດ້ຮັບມາດຕະຖານສາກົນ ISO 9001:2015 ແລະ ມາດຕະຖານລາວ ມລ 71-2009 ໄດ້ສະໜອງທໍ່ ແລະ ອຸປະກອນໃຫ້ບັນດາບໍລິສັດລັດວິສາຫະກິດນໍ້າປະປາ ແລະ ບັນດາໂຄງການກໍ່ສ້າງລະບົບນໍ້າປະປາໃນຂອບເຂດທົ່ວປະເທດ ໃນອະນາຄົດ ສະເໜີໃຫ້ໂຮງງານຈົ່ງເອົາໃຈໃສ່ໃນການຜະລິດໃຫ້ມີຄຸນນະພາບສູງ ເພື່ອຕອບສະໜອງໃຫ້ຕະຫຼາດພາຍໃນປະເທດ ແລະ ໃຫ້ສາມາດຍາດແຍ່ງຕະຫຼາດສາກົນໄດ້.

# ຂ່າວ & ພາບ : ຂັນທະວີ

error: Content is protected !!