ຕຳຫຼວດກວດຄົນເຂົ້າ-ອອກເມືອງ ໄດ້ຮັບເຄື່ອງປ້ອງກັນໂຄວິດ-19

    ວັນທີ 10 ກັນຍາ 2021 ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖີ່ນຖານ (IOM) ແລະ ສະຖານທູດປະເທດອົດສະຕຣາລີປະຈໍາ ສປປ ລາວ ໄດ້ຮ່ວມມອບຊຸດເຄື່ອງປ້ອງກັນຕົວ ແລະ ເຄື່ອງມືໃນກາຮັບມືກັບພະຍາດໂຄວິດ-19 ໃຫ້ແກ່ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ທີ່ສະໜາມບີນສາກົນວັດໄຕ ນະຄອນຫຼວງວຽງຈັນ.

    ເຄື່ອງທີ່ນຳມາມອບໃຫ້ຄັ້ງນີ້ ມີຜ້າອັດປາກ-ດັງຈຳນວນ 30.000 ແຜ່ນ ນໍ້າຢາເຈວລ້າງມື 325 ລິດ ນໍ້າຢາເຈວສະເປທາດເຫຼົ້າ 225 ລິດ ເຄື່ອງນຸ່ງຊຸດກາວ 30 ຊຸດ ຖົງມືອະເຊື້ອ 51 ກັບ ເຄື່ອງວັດອຸນຫະພູມ ແລະ ພົ່ນນໍ້າຢາແບບອັດຕະໂນມັດ 10 ເຄື່ອງ ອ່າງລ້າງມື 4 ຊຸດ ແລະ ສື່ສິ່ງພີມກ່ຽວກັບການປ້ອງກັນພະຍາດ ແລະ ແຮງງານທີ່ປອດໄພຈໍານວນໜຶ່ງ ໂດຍທ່ານ ແດນ ໂຮລເດັນ ຮອງຫົວໜ້າສະຖານທູດປະເທດອົດສະຕຣາລີ ປະຈໍາສປປ ລາວ ແລະ ທ່ານ ນາງ ຊາຣີນ ທູລາດາລ ຫົວໜ້າອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ ປະຈຳ ສປປ ລາວ ຮ່ວມກ່າວມອບຊຸດເຄື່ອງປ້ອງກັນຕົວໃຫ້ແກ່ທ່ານ ພັນໂທ ສຸກສະໄໝ ໄຊຍະແສງ ຮອງຫົວໜ້າກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. 

    ຊຸດເຄື່ອງຊ່ວຍເຫຼືອດັ່ງກ່າວນີ້ ຈະຊ່ວຍເພີ່ມຄວາມປອດໄພໃຫ້ແກ່ຜູ້ເດີນທາງ ແຮງງານກັບຄືນປະເທດ ເຈົ້າໜ້າທີ່ປະຈໍາດ່ານ ແລະ ເພີ່ມປະສິດທິພາບໃນການຮັບມືຢູ່ປະຕູດ່ານ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ການຊ່ວຍເຫຼືອຄັ້ງນີ້ ໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານອົດສະຕຣາລີ ໂດຍຜ່ານໂຄງການພາກພື້ນລຸ່ມແມ່ນໍ້າຂອງ ໂດຍການຮ່ວມມືກັບອົງການຈັດຕັ້ງສາກົນ ເພື່ອນການເຄື່ອນຍ້າຍຖິ່ນຖານ IOM. 

    ໂອກາດນີ້ ທ່ານ ພັນໂທ ສຸກສະໄໝ ໄຊຍະແສງ ໄດ້ສະແດງຄວາມຂອບໃຈມາຍັງອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ ແລະ ສະຖານທູດອົດສະຕຣາລີປະຈຳ ສປປ ລາວ ທີ່ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ຂອບໃຈມາຍັງຊຸກເຄື່ອງປ້ອງກັນຕົວ ການເຝິກອົບຮົມສື່ສິ່ງພິມ ແລະ ປື້ມຄູ່ມືການຮັບມືກັບພະຍາດໂຄວິດ-19 ຈາກອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ ແລະ ສະຖານທູດອົດສະຕຣາລີປະຈຳ ສປປ ລາວ ໄດ້ໃຫ້ການຊ່ວຍເຫຼືອຕັ້ງແຕ່ເລີ່ມການແຜ່ລະບາດຂອງພະຍາດເປັນເວລາປີກວ່າເປັນຕົ້ນມາ.

# ຂ່າວ & ພາບ :  ຊິລິການດາ

error: Content is protected !!