ວັນນີ້ກວດພົບຜູ້ຕິດເຊື້ອໂຄວິດ-19 ສູງເຖິງ 223 ກໍລະນີ

    ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນທີ 15 ກັນຍາ 2021 ຢູ່ກະຊວງສາທາລະນະສຸກວ່າ: ວັນຜ່ານມາ ໄດ້ກັບຕົວຢ່າງມາກວດຫາເຊື້ອທັງໝົດ 5.​233 ຕົວຢ່າງ ຜົນການວິໄຈ ພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ ( + 233 ) ກໍລະນີ ໃນນັ້ນ ( + 65 ) ກໍລະນີນຳເຂົ້າທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ ( + 158 ) ກໍລະນີຕິດເຊື້ອໃນຊຸມຊົນທີ່ໄດ້ມີການສຳຜັດກັບຜູ້ຕິດເຊື້ອຜ່ານມາ ເຊີ່ງລາຍລະອຽດມີດັ່ງນີ້:

    1. ນະຄອນຫຼວງວຽງຈັນ (+ 21 ) ກໍລະນີທີ່ປະກອບດ້ວຍ “(+ 19 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ ( + 2 ) ກໍລະນີຊູມຊົນທີ່ໄກ້ຊິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ ຈາກຈຳນວນການວິເຄາະທັງໝົດ 955 ຕົວຢ່າງ

    2. ແຂວງຫຼວງພະບາງ (+ 15 ) ກໍລະນີທີ່ປະກອບດ້ວຍ “(+ 3 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ ( + 12 ) ກໍລະນີຊູມຊົນ ທີ່ໄກ້ຊິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ

    3. ແຂວງບໍແກ້ວ ( + 2 ) ກໍລະນີຊູມຊົນ ທີ່ໄກ້ຊິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ ຢູ່ເມືອງຕົ້ນເຜີ້ງ

    4. ແຂວງຫຼວງນໍ້າທາ ( + 2 ) ກໍລະນີຊູມຊົນ ທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ

    5. ແຂວງວຽງຈັນ ( + 1 ) ກໍລະນີຊູມຊົນ ທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ

    6. ແຂວງຄຳມ່ວນ (+ 4 ) ກໍລະນີນຳເຂົ້າ ແລະ ( + 17 ) ກໍລະນີຊູມຊົນທີ່ໄກ້ຊິດຕິດກັບຜູ້ຕິດເຊື້ອຜ່ານມາ

    7. ແຂວງສາລະວັນ (+ 3 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ ( + 6 ) ກໍລະນີຊູມຊົນທີ່ໄກ້ສິດຕິດກັບຜູ້ຕິດເຊື້ອຜ່ານມາ”,

    8. ແຂວງສະຫວັນນະເຂດ (+ 27 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ (+ 11) ກໍລະນີຊູມຊົນທີ່ໄກ້ສິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ

    9. ແຂວງຈຳປາສັກ (+ 9 ) ກໍລະນີນຳເຂົ້າ ທີ່ພັກຢູ່ສູນກັກກັນຖືກຕ້ອງຕາມກົດໝາຍ ແລະ ( +104 ) ກໍລະນີຊູມຊົນທີ່ໄກ້ຊິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ ຈາກຈຳນວນການວິເຄາະທັງໝົດ 1.​000 ຕົວຢ່າງ

    10. ແຂວງເຊກອງ ( + 1 ) ກໍລະນີຊູມຊົນ ທີ່ໄກ້ຊິດຕິດກັບຜູ້ຕິດເຊື້ອກໍລະນີຜ່ານມາ

    ມາຮອດວັນນີ້ ລວມສະຖິຕິຜູ້ຕິດເຊື້ອມີທັງໝົດ 17.​682 ກໍລະນີ ລວມຍອດຜູ້ທີ່ຍັງຮັບການປິ່ນປົວ 4.​266 ກໍລະນີ ແລະ ສະຖິຕິຜູ້ເສຍຊີວິດລວມ 16 ກໍລະນີ ສໍາລັບລາຍລະອຽດຜູ້ຕິດເຊື້ອຢູ່ໃນຊຸມຊົນ ສະເພາະ ນະຄອນຫຼວງວຽງຈັນມີ 2 ກໍລະນີ ຄື

  1.  ກໍລະນີ ເປັນກໍາລັງ ປກສ ຢູ່ບ້ານນາທົ່ມ ເມືອງໄຊທານີ ທີ່ສໍາເລັດການປະຈໍາການຈາກສູນ ມຊ ແລະ ໄປກັກຕົວຢູ່ໂຮງແຮມ ກວດກ່ອນອອກຈາກບ່ອນກັກຕົວ 14 ວັນແລ້ວກວດພົບເຊື້ອເປັນບວກ
  2. ກໍລະນີທີ 2 ຢູ່ ບ້ານດ່ານຊ້າງ ເມືອງໄຊທານີ ເຊິ່ງເປັນກໍລະນີສໍາຜັດກັບກໍລະນີຕິດເຊື້ອມື້ຜ່ານມາ.​

# ຂ່າວ & ພາບ :  ລັດເວລາ

error: Content is protected !!