ປະທານປະເທດ ມອບສານຕາຕັ້ງເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນຂອງ ສປປ ລາວ ປະຈໍາອາຊຽນ

    ວັນທີ 15 ກັນຍາ 2021 ທີ່ທໍານຽບປະທານປະເທດ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ມອບສານຕາຕັ້ງໃຫ້ທ່ານ ບໍວອນທັດ ດວງຈັກ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນຂອງ ສປປ ລາວ ປະຈໍາອາຊຽນ ເຊິ່ງມີສໍານັກງານຕັ້ງຢູ່ນະຄອນຫຼວງຈາກາກຕາ ປະເທດອິນໂດເນເຊຍ. ການແຕ່ງຕັ້ງໄປປະຕິບັດໜ້າທີ່ຄັ້ງນີ້ ເພື່ອເປັນການສະແດງໃຫ້ເຫັນເຖິງຄວາມສໍາຄັນທີ່ ສປປ ລາວ ມີຕໍ່ອາຊຽນ ແລະ ຍົກສູງບົດບາດຂອງຜູ້ຕາງໜ້າຖາວອນຂອງ ສປປ ລາວ ຢູ່ໃນເວທີສາກົນ ແລະ ພາກພື້ນ.

# ຂ່າວ & ຮູບ : ຂັນທະວີ

error: Content is protected !!