ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງກົມແຜນການ ແລະ ການຮ່ວມມື ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກຸ່ມບໍລິສັດ ເອໄອເອັຟ (AIF Group) ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມລົງນາມລະຫວ່າງທ່ານ ພູຂົງ ຈິດຮູບໂລກ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ລັດຕະນະມະນີ ຄູນນີວົງ ຮອງປະທານອາວຸໂສ ກຸ່ມບໍລິສັດເອໄອເອັຟ ມີທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ລິດທິກອນ ພູມມະສັກ ປະທານສະພາບໍລິຫານກຸ່ມບໍລິສັດເອໄອເອັຟ ບັນດາຫົວໜ້າກົມ ຮອງກົມກ່ຽວຂ້ອງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະຜູ້ບໍລິຫານກຸ່ມບໍລິສັດເອໄອເອັຟເຂົ້າຮ່ວມ.
ການເຊັນບົດບັນທຶກສອງຝ່າຍຄັ້ງນີ້ ເພື່ອຮ່ວມມືກັນສຶກສາການສ້າງຕັ້ງບໍລິສັດຮ່ວມທຶນທຸລະກິດລັດ-ເອກະຊົນ ໃນການສ້າງ ແລະ ບໍລິຫານລະບົບບໍລິຫານລັດເອເລັກໂຕຣນິກ ແລະ ປັບປຸງການສື່ສານພາກລັດ ໂດຍມີຈຸດສຸມຫຼັກໃນການສຶກສາ ແລະ ພັດທະນາຂະບວນການບໍລິຫານຂອງລັດຖະບານໃຫ້ຫັນເປັນລັດຖະບານເອເລັກໂຕຣນິກ ປະກອບດ້ວຍລະບົບການໃຫ້ບໍລິການຂອງພາກລັດ ລະບົບບໍລິຫານຈັດການວຽກງານພາກລັດ ລະບົບຈັດເກັບລາຍຮັບງົບປະມານ ກຳນົດມາດຕະຖານ ແລະ ລວມເອົາຖານຂໍ້ມູນຕ່າງໆຈັດເກັບໄວ້ໃນສູນຂໍ້ມູນຂອງລັດຖະບານ ເພື່ອໃຫ້ສາມາດເຊື່ອມໂຍງ ເຊື່ອມຈອດ ແລກປ່ຽນ ແລະ ນຳໃຊ້ຂໍ້ມູນຮ່ວມກັນລະຫວ່າງພາກລັດດ້ວຍກັນ ການບໍລິການຂອງພາກລັດແກ່ປະຊາຊົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ຫຼຸດຜ່ອນໄລຍະເວລາ ແລະ ງົບປະມານ ຍົກລະດັບມາດຕະຖານການເຮັດວຽກຂອງພາກລັດ ແລະ ພະນັກງານໃຫ້ທຽບເທົ່າລະດັບສາກົນ ຊຸກຍູ້ການພັດທະນາເສດຖະກິດ ແລະ ສັງຄົມ ໃນການກ້າວເຂົ້າສູ່ການຫັນເປັນເສດຖະກິດດິຈິຕອນເທື່ອລະກ້າວ.