ມື້ນີ້ ນວ ປະກາດບ້ານທີ່ຖືກກຳນົດເປັນບ້ານແດງໃໝ່ 3 ບ້ານ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ 13 ກັນຍາ 2021 ຢູ່ກະຊວງສາທາລະນະສຸກ ກ່ຽວກັບການແຜ່ບາດຂອງພະຍາດ ໂຄວິດ-19 ຢູ່ສປປ ລາວ ແລະ ທົ່ວໂລກ.

    ໃນວັນທີ 12 ກັນຍາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 3.425 ຄົນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 198 ຄົນ ໃນນີ້ ຕິດເຊື້ອໃນຊຸມຊົນຈຳນວນ 104 ຄົນ ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ ເຊິ່ງກໍລະນີນຳເຂົ້າ ມີຈຳນວນ 94 ຄົນ ຈາກແຂວງສະຫວັນນະເຂດ 39 ຄົນ ສາລະວັນ 26 ຄົນ ນະຄອນຫຼວງວຽງຈັນ 21 ຄົນ ຈໍາປາສັກ 5 ຄົນ ຫຼວງພະບາງ 2 ຄົນ ແລະ ແຂວງໄຊຍະບູລີ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.

    ສຳລັບ ຜູ້ຕິດເຊື້ອໃນຊຸມຊົນຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ແມ່ນເປັນຜູ້ສຳຜັດໃກ້ຊິດກັບຜູ້   ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້:

    ນະຄອນຫຼວງວຽງຈັນ 9 ຄົນ: ທັງໝົດ 9 ຄົນ ແມ່ນໄດ້ໄປຮ່ວມງານຊາປະນາກິດສົບພີ່ນ້ອງທີ່ເສຍຊີວິດຢູ່ບ້ານສາງນ້ຳມັນ ເມືອງປາກເຊ ແຂວງຈຳປາສັກ ໃນວັນທີ 5 ກັນຍາ 2021 ມີ 3 ຄອບຄົວ ຄື :

  • ຄອບຄົວທີ 1: ຕິດເຊື້ອມີ 3 ຄົນ (ບ້ານຄຳສະຫວາດ 2 ຄົນ ບ້ານໂນນຄໍ້ 1 ເມືອງໄຊເສດຖາ) ເດີນທາງກັບມາຮອດນະຄອນຫຼວງວຽງຈັນ ວັນທີ 7 ກັນຍາ 2021
  • ຄອບຄົວທີ 2:ຕິດເຊື້ອມີ 2 ຄົນ ອາຊີບຄ້າຂາຍຢູ່ຕະຫຼາດອົດຊີ ເມືອງສີໂຄດຕະບອງ ບ້ານຢູ່ປັດຈຸບັນ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ເດີນທາງກັບມາຮອດນະຄອນຫຼວງວຽງຈັນ ວັນທີ 9 ກັນຍາ 2021
  • ຄອບຄົວທີ 3: ຕິດເຊື້ອມີ 4 ຄົນ ບ້ານດອນຂາຊ້າຍ ເມືອງຫາດຊາຍຟອງ ເດີນທາງກັບມາຮອດນະຄອນຫຼວງວຽງຈັນ ວັນທີ 10 ກັນຍາ 2021.

    ສຳລັບບ້ານທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ມີທັງໝົດ 3 ບ້ານຄື: ບ້ານຄຳສະຫວາດ ເມືອງໄຊເສດຖາ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ແລະ ບ້ານດອນຂາຊ້າຍ ເມືອງຫາດຊາຍຟອງ.

    ມາຮອດປັດຈຸບັນ ຢູ່ ສປປ ລາວ ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 17.555 ຄົນ ເສຍຊີວິດຈຳນວນ 16 ຄົນ ແລະ ກໍາລັງປິ່ນປົວ 4.270 ຄົນ ເຊິ່ງທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 225.444.023 (368.558 ໃໝ່) ເສຍຊີວິດສະສົມທັງໝົດ 4.643.470 (5.722 ໃໝ່) ແລະ ປີ່ນປົວຫາຍດີ 201.984.721 (378.984 ໃໝ່).

error: Content is protected !!