ທີມ Lailao CF ລະບົບຊ່ວຍ SME ຂາຍເຄື່ອງອອນລາຍຜ່ານເຟສບຸກ ​ໄດ້​ທີ 1 ງານ​ແຂ່ງຂັນ Lao ICT

     ວັນທີ 10 ກັນຍາ 2021 ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດງານແຂ່ງຂັນລາວໄອຊີທີ ປະຈໍາປີ 2021 (Lao ICT Award 2021) ຂຶ້ນທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນມູນຂ່າວສານ ນະຄອນຫຼວງ​ວຽງ​ຈັນ ມີທ່ານ ສັນຕິສຸກ ສິມມະລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ພູ​ທອງ ສີສະ​ຫວັດ ຮັກສາ​ການ​ຫົວໜ້າ​ກົມ​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ​ຂໍ້​ມູນ​ຂ່າວສານ ບັນດາຜູ້ຕາງໜ້າກົມ ບໍລິສັດ ທະນາຄານ ຫົວໜ່ວຍທຸລະກິດ ຄະນະ​ກຳມະການ ແລະ ສະຖາບັນການສຶກສາເຂົ້າຮ່ວມ.

    ງານແຂ່ງຂັນລາວໄອຊີທີຄັ້ງ​ນີ້ ​ເປັນຄັ້ງທີ 4 ​ເຊິ່ງເລີ່ມຈັດມາແຕ່ປີ 2017 ​ເປັນ​ຕົ້ນ​ມາ (ຍົກເວັ້ນປີ 2020) ແຕ່ຄັ້ງນີ້ຈະແຕກຕ່າງຈາກທຸກປີທີ່ຜ່ານມາ ເນື່ອງຈາກການລະບາດຂອງພະຍາດ​ໂຄ​ວິດ-19 ແລະ ເພື່ອເປັນການປະຕິບັດມາດຕາການຂອງຄະນະສະ ເພາະກິດໃນການຄວບຄຸມການແຜ່ລະບາດຂອງພະຍາດ ທາງຄະນະຮັບຜິດຊອບຈັດງານຈຶ່ງໄດ້ມີມາດຕະການຈໍາກັດຜູ້ເຂົ້າຊົມງານ ສະນັ້ນ ຈຶ່ງໄດ້ຫັນການຈັດງານມາເປັນຮູບແບບການຖ່າຍທອດສົດຜ່ານສື່ສັງຄົມອອນລາຍ ເພື່ອໃຫ້ຜູ້ທີ່ສົນໃຈສາມາດຮັບຊົມງານແຂ່ງຂັນຄັ້ງນີ້ໄດ້ຢ່າງສະດວກ.

      ງານແຂ່ງຂັນໄອຊີທີລາວ 2021 ມີຫຼາຍກວ່າ 20 ຜະລິດຕະພັນຖືກສົ່ງເຂົ້າຮ່ວມແຂ່ງຂັນ ແລະ ຜ່ານການຄັດເລືອກເຂົ້າມາຮອບສຸດທ້າຍ 13 ຜະລິດຕະພັນ ຈາກ 10 ບໍລິສັດ ໂດຍແບ່ງອອກເປັນ 6  ໝວດຄື: ໝວດພາກລັດ ໝວດພາກເອກະຊົນ ໝວດເພື່ອສັງຄົມ ໝວດເນື້ອໃນດີຈິຕອນ ໝວດບໍລິສັດສ້າງຕັ້ງໃໝ່ດ້ານໄອຊີທີ ​ແລະ ໝວດຄົ້ນຄ້ວາ ແລະ ພັດທະນາດ້ານໄອຊີທີ.

    ຜ່ານການແຂ່ງຂັນ ອັນ​ດັບທີ 1 ທີມ Lailao CF ລະບົບ SME ຂ່າວ​ເຄື່ອງ​ອອນ​ລາຍ​ຜ່ານ​ເຟສບຸກ ຈາກ​ບໍລິສັດ ລາຍ​ລາວ​ຄລັບ  ໄດ້ຮັບໂລ້ລາງວັນ ພ້ອມເງິນ 5 ລ້ານກີບ ໃບຍ້ອງຍໍຈາກກະຊວງ ແລະ ເຄື່ອງທີ່ລະລຶກຈາກບັນດາບໍລິສັດທີ່ໃຫ້ການສະໜັບສະໜູນ ອັນ​ດັບ​ທີ 2 ທີ​ມບັນຊີ​ .la ຈາກ​ບໍລິສັດ ຫ້າ​ສິບ​ເຈັດ​ໄບ້ສ ຈຳກັດ​ຜູ້​ດຽວ ໄດ້ຮັບໂລ້ລາງວັນ ພ້ອມເງິນ 3 ລ້ານກີບ ໃບຊົມເຊີຍຈາກກະຊວງ ແລະ ເຄື່ອງທີ່ລະລຶກ ອັນ​ດັບທີ 3 ທີ​ມລະບົບ​ຂໍ້​ມູນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາຍຫຼັງ​ໄດ້​ຮັບ​ວັກ​ຊີ​ນ ຈາກ​ບໍລິສັດ ດິຈີ​ຕອນ​ບິ​ຊີ​ເນັສ ຈຳກັດ​ຜູ້​ດຽວ ໄດ້ຮັບໂລ້ລາງວັນ ພ້ອມເງິນ 2 ລ້ານກີບ ແລະ ເຄື່ອງທີ່ລະລຶກ ນອກ​ນີ້​ຍັ ງ​ມີລາງວັນຊົມເຊີຍ 2 ລາງວັນ ລາງວັນລະ 1 ລ້ານກີບ ພ້ອມຂອງທີ່ລະລຶກ ມີ​ທີ​ມ LaoApp Mocha ຈາກ​ບໍລິສັດ ສະຕາ​ໂທລະ​ຄົມ ຈຳກັດ ​ແລະ ທີ​ມ LAO SUSU ຈາກ​ບໍລິສັດ Sblab 856 ຈຳກັດ.

     ນອກນັ້ນ ຍັງມີເຄື່ອງທີ່ລະລຶກສໍາລັບຜູ້ເຂົ້າແຂ່ງຂັນທັງໝົດ ສ່ວນຜະລິດຕະພັນດີເດັ່ນໃນການ​ແຂ່ງຂັນຄັ້ງນີ້ ຈະໄດ້ຮັບບູລິມະສິດເປັນຕົວແທນຂອງປະເທດໃນການເຂົ້າແຂ່ງຂັນຜະລິດຕະພັນໄອຊີທີລະດັບອາຊຽນ (ASEAN ICT Award 2021) ທີ່ຈະຈັດຂຶ້ນ​ເດືອນທັນວາ 2021 ທີ່ປະເທດມຽນມາຕື່ມ​ອີກ.

# ຂ່າວ & ພາບ :  ສົມສະຫວັນ

error: Content is protected !!