ສ ອາເມຣິກາ ມອບເຄື່ອງປ້ອງກັນໄຂ້ມາລາເຣຍ ໃຫ້ ສປປ ລາວ

    ທ່ານ ໄມໂຄ ຣອນນິ້ງ ຜູ້ຕາງໜ້າອົງການ USAID ປະຈໍາລາວ ມອບມຸ້ງເຄືອບຢາ 70.000 ດາງເຄື່ອງກວດເລືອດເພື່ອບົ່ງມະຕິໄຂ້ມາລາເຣຍແບບໄວ 450.000 ຊຸດ ແລະ ຢາຕ້ານມາລາເຣຍ 200.000 ຊຸດ ໃຫ້ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ວັນທີ 10 ກັນຍາ 2021 ຢູ່ນະຄອນຫຼວງວຽງຈັນ.

    ເຄື່ອງຊ່ວຍເຫຼືອດັ່ງກ່າວ ຈະຖືກຈັດສົ່ງໄປໃຫ້ໂຮງໝໍ ແລະ ສຸກສາລາຕ່າງໆໃນຊຸມຊົນທີ່ຍັງມີການແຜ່ລະບາດຂອງພະຍາດມາລາເຣຍ ເຊິ່ງຈະຊ່ວຍໃຫ້ລັດຖະບານລາວມີອຸປະກອນພຽງພໍໃນການຮອງຮັບກັບການລະບາດຂອງພະຍາດມາລາເຣຍໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19.

    ທ່ານ​ ໄມໂຄ ຣອນນິ້ງ ກ່າວວ່າ: ການຊ່ວຍເຫຼືອດ້ານສາທາລະນະສຸກ ແມ່ນໃຈກາງສໍາຄັນພາຍໃຕ້ການຮ່ວມມືແບບກວມລວມ ລາວ-ອາເມຣິກາ ເຊິ່ງປີນີ້ ຄົບຮອບ 5 ປີ ສ ອາເມຣິກາມີຄວາມພາກພູມໃຈທີ່ໄດ້ສືບຕໍ່ເຮັດວຽກຮ່ວມກັບ ສປປ ລາວ ແລະ ເຈົ້າໜ້າທີ່ສາທາລະນະສຸກຂອງພວກເຮົາ ໂດຍຜ່ານການປະກອບສ່ວນອຸປະກອນຮັກສາຊີວິດເຫຼົ່ານີ້ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດມາລາເຣຍ ແລະ ສະໜັບສະໜູນ ສປປ ລາວ ໃນການລົບລ້າງພະຍາດດັ່ງກ່າວໃຫ້ໝົດໄປພາຍໃນປີ 2030.

    ການມອບ-ຮັບເຄື່ອງຊ່ວຍເຫຼືອຄັ້ງນີ້ ແມ່ນຕົວຢ່າງການສະໜັບສະໜູນຄັ້ງຫຼ້າສຸດໃນການສະກັດກັ້ນ ແລະ ຄວບຄຸມພະຍາດລະບາດມາລາເຣຍ ມາຮອດປັດຈຸບັນ ອົງການ USAID ໄດ້ໃຫ້ການຊ່ວຍເຫຼືອດ້ານວິຊາການ ອຸປະກອນຫ້ອງທົດລອງ ມອບມຸ້ງຫຼາຍກວ່າ 800.000 ດາງ ເຄື່ອງກວດເລືອດເພື່ອບົ່ງມະຕິໄຂ້ມາລາເຣຍແບບໄວຫຼາຍກວ່າ 1 ລ້ານຊຸດ ແລະ ໃຫ້ຢາປິ່ນປົວພະຍາດມາລາເຣຍ ລວມມູນຄ່າຫຼາຍກວ່າ 4,73 ລ້ານໂດລາສະຫະລັດ ໃນໄລຍະ 10 ຜ່ານມາ ນອກນີ້ ການຮັບມືກັບພະຍາດໂຄວິດ-19 ສ ອາເມຣິກາ ຍັງໄດ້ໃຫ້ການຊ່ວຍເຫຼືອມູນຄ່າ 10 ລ້ານໂດລາສະຫະລັດ ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ ແລະ ເດືອນກໍລະກົດ 2021 ສ ອາເມຣິກາຍັງໄດ້ຊ່ວຍເຫຼືອວັກຊີນປ້ອງກັນພະຍາດໂຄວິດ-19 ຍີ່ຫໍ້ Johnson & Johnson ຫຼາຍກ່ວາ 1 ລ້ານໂດສ ໃຫ້ ສປປ ລາວ ເຊິ່ງເປັນສ່ວນໜຶ່ງຂອງເຈດຈຳນົງຂອງທ່ານ ໂຈ ໄບເດີນ ປະທານາທິບໍດີ ສ ອາເມຣິກາ ເພີ່ອລົບລ້າງພະຍາດໂຄວິດ-19 ໃນ ສປປ ລາວ ນອກນີ້ ສ ອາເມຣິກາ ຍັງໄດ້ໃຫ້ການຊ່ວຍເຫຼືອລ້າໃນໄລຍະ 10 ປີຜ່ານມາໃນຫຼາຍຂົງເຂດ ອົງການ USAID ໄດ້ສະໜັບສະໜູນ ສປປ ລາວ ໃນການສູ້ກັບພະຍາດລະບາດຕ່າງໆ ປັບປຸງວຽກງານແມ່ ແລະ ເດັກ ແລະ ຊ່ວຍເຫຼືອໃຫ້ຜູ້ທີ່ມີຄວາມພິການ ຕື່ມອີກ..

# ຂ່າວ & ພາບ :  ສະບາໄພ

error: Content is protected !!