ກະຊວງສາທາລະນະສຸກ ຮ່ວມກັບອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ແລະ ອົງການຊ່ວຍເຫຼືອເດັກສາກົນປະຈໍາລາວ ຈັດພິທີປິດໂຄງການເຊື່ອມສານວຽກງານດ້ານໂພຊະນາການ ນໍ້າ ແລະ ສຸຂານາໄມ ພາຍໃຕ້ໂຄງການຢູເສດເນີເຈີ (USAID Nurture) ຂຶ້ນວັນທີ 7 ກັນຍາ 2021 ທີ່ໂຮງແຮມເມືອງແທງ ນະຄອນຫຼວງວຽງຈັນ ມີທ່ານ ບຸນແຝງ ພົມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ປີເຕີເອັມເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈໍາລາວ ຜູ້ຕາງໜ້າລັດຖະບານລາວ ອົງການ USAID ອົງການຊ່ວຍເຫຼືອເດັກ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆເຂົ້າຮ່ວມ.

ໂຄງການຢູເສດເນີເຈີ ໄດ້ສະໜັບສະໜູນລັດຖະບານລາວໃນການປັບປຸງດ້ານໂພຊະນາການ ສໍາລັບເດັກນ້ອຍລຸ່ມ 2 ປີ ໃນແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ ນັບແຕ່ລິເລີ່ມໂຄງການເດືອນກຸມພາ 2017 ໂຄງການໄດ້ເຂົ້າເຖິງປະຊາຊົນຫຼາຍກວ່າ 2 ແສນຄົນທີ່ອາໄສຢູ່ໃນພື້ນທີ່ເກືອບ 500 ບ້ານ ພາຍໃຕ້ກິດຈະກໍາການປັບປຸງສົ່ງເສີມທາງໂພຊະນາການ ໂຄງການໄດ້ພັດທະນາ ແລະ ແຈກຢາຍຄູ່ມືໃຫ້ຄໍາປຶກສາດ້ານໂພຊະນາການສະບັບທໍາອິດ ແລະ ສະໜອງການຝຶກອົບຮົມໃຫ້ພະນັກງານສາທາຫຼາຍກວ່າ 300 ຄົນ ແລະ ຝຶກຜູ້ອໍານວຍຄວາມສະດວກຂັ້ນຊຸມຊົນ 1.900 ຄົນ ໃນຫົວຂໍໍ້ການສື່ສານເພື່ອປ່ຽນແປງພຶດຕິກໍາ ເພື່ອການປັບປຸງດ້ານໂພຊະນາການ ແລະ ສຸຂານາໄມ ຜູ້ອໍານວຍຄວາມສະດວກຂັ້ນຊຸມຊົນໃນໂຄງການ ໄດ້ຊ່ວຍໃຫ້ເກີດມີການປ່ຽນແປງທາງບວກໃນຫຼາຍກວ່າ 14.000 ຄົວເຮືອນ ໃນຂົງເຂດດ້ານໂພຊະນາການຂອງແມ່ ເດັກອ່ອນ ເດັກນ້ອຍ ແລະ ໄວໝຸ່ມຍິງ ແລະ ການຈັດຕັໍ້ງປະຕິບັດວຽກງານສຸຂະນາໄມ ລວມແລ້ວມີຄອບຄົວ 1.000 ວັນ ຫຼາຍກວ່າ 800 ຄົວເຮືອນ ສາມາດປະຕິບັດຂໍໍ້ແນະນໍາໃນການການປ່ຽນແປງພຶດຕິກໍາດ້ານໂພຊະນາການ ແລະ ສຸຂານາໄມ ໄດ້ຕາມມາດຖານທີ່ກໍານົດ ໄດ້ຖືກຄັດເລືອກເປັນຄອບຄົວຕົວແບບໃນບ້ານຂອງພວກເຂົາ ເຊິ່ງຜົນໄດ້ຮັບຂອງໂຄງການມີເຖິງ 140 ບ້ານໃນຊຸມຊົນເປົ້າໝາຍທີ່ເຂົ້າຮ່ວມກິດຈະກໍາຂອງໂຄງການ ໄດ້ບັນລຸກາຍເປັນບ້ານຢຸດຕິການຖ່າຍສະຊາຍ ເຮັດໃຫ້ຊຸມຊົນພວກເຂົາມີຄວາມປອດໄພ ແລະ ມີສຸຂະພາບທີ່ດີຂຶ້ນ.
# ຂ່າວ – ຮູບ: ສົມສະຫວັນ