ເປີດການຮຽນ-ການສອນ ສົກ 2021-2022 ສະເພາະແຂວງ-ເມືອງ ທີ່ບໍ່ມີການລະບາດພະຍາດໂຄວິດ-19

    ວັນທີ 6 ກັນຍາ 2021 ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດສົກຮຽນໃໝ່ 2021-2022 ແບບທາງໄກທົ່ວປະເທດ ເຊິ່ງເຫັນດີເປັນເອກະພາບໃຫ້ແຕ່ຊັ້ນການສຶກສາກ່ອນໄວຮຽນຈົນຮອດການສຶກສາຊັ້ນສູງ ແຕ່ເວລາເປີດຮຽນຂອງສະຖານການສຶກສາແຕ່ລະແຫ່ງ ແຕ່ລະທ້ອງຖິ່ນຈະແຕກຕ່າງກັນ ຂຶ້ນກັບສະຖານະການ ແລະ ການພິຈາລະນາຂອງຄະນະສະເພາະກິດຕ້ານພະຍາດໂຄວິດ-19 ໃນແຕ່ລະແຫ່ງ. 

    ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວໂອກາດໄຂສົກຮຽນໃໝ່ 2021-2022 ວ່າ: ການໄຂສົກຮຽນໃໝ່ປີນີ້ ອະນຸຍາດໃຫ້ເປີດການຮຽນການສອນຢູ່ໂຮງຮຽນ ສະເພາະແຂວງ-ເມືອງ ແລະ ທ້ອງຖິ່ນທີ່ບໍ່ມີການແຜ່ລະບາດຂອງໂຄວິດ-19 ຢູ່ໃນຊຸມຊົນໃນ 14 ວັນຜ່ານມາ ຫຼືເວົ້າຢ່າງໜຶ່ງວ່າ ຖ້າທ້ອງຖິ່ນໃດບໍ່ມີກໍລະນີຕິດເຊື້ອໃໝ່ໃນຊຸມຊົນ ໃນ 14 ວັນຜ່ານມາ ແມ່ນສາມາດເປີດຮຽນໃນໂຮງຮຽນໄດ້ ສຳລັບທ້ອງຖິ່ນໃດທີ່ຍັງມີຄວາມສ່ຽງຫຼາຍ ແມ່ນຈະໄດ້ໂຈະການເປີດຮຽນໄວ້ເສຍກ່ອນ ແຕ່ຢູ່ໃນສະຖານການສຶກສາ ສາມາດຈັດການຮຽນການສອນດ້ວຍຫາຍຊ່ອງທາງ ເຊັ່ນ: ຮຽນທາງໄກຜ່ານຊ່ອງທາງເອເລັກໂຕຣນິກຕ່າງໆເຊັ່ນ ໂທລະພາບ ແອັບຄັງປັນຍາລາວ ຄູ ແລະ ນັກຮຽນ ພົບເປັນກຸ່ມນ້ອຍ ໃຫ້ຄູປະສານນໍາພໍ່ແມ່ຜູ້ປົກຄອງ ຊ່ວຍລູກຮຽນຢູ່ເຮືອນ ຫຼືຄູໄປແນະນຳນັກຮຽນກັບເຮືອນ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມນັ້ນ ຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານທຸກທ່ານ ຈະຕ້ອງໄດ້ຮັບການສັກວັກຊິນຄົບໂດສ ສະຖານການສຶກສາຕ້ອງມີມາດຕະການປ້ອງກັນ ແລະ ຄວບຄຸມໂຄວິດ-19 ທີ່ເຂັ້ມງວດ ເຊັ່ນ: ມີການກວດອຸນນະພູມທຸກຄົນທີ່ເຂົ້າມາໃນໂຮງຮຽນ ໃສ່ຜ້າອັດປາກ-ອັດດັງ ປະຕິບັດມາດຕະການຮັກສາໄລຍະຫ່າງ ໝັ່ນລ້າງມືໃສ່ສະບູ ແລະ ໃຊ້ເຈວຂ້າເຊື້ອເປັນປົກກະຕິ ເປັນຕົ້ນ. 

    ທ່ານ ລັດຖະມົນຕີ ກ່າວຕື່ມວ່າ: ຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ ຄູ-ອາຈານ ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ຕ້ອງເພີ່ມທະວີບົດບາດຂອງຕົນເອງ ໃນການຮັກສາສະພາບແວດລ້ອມການຮຽນຮູ້ທີ່ປອດໄພ ແລະ ຮັບປະກັນການຮຽນ-ການສອນໃຫ້ຕໍ່ເນື່ອງ ຜ່ານຊ່ອງທາງຕ່າງໆ ສະນັ້ນ ຜູ້ບໍລິຫານການສຶກສາ ແລະ ກິລາ ຕ້ອງໄດ້ເອົາໃສ່ສ້າງທຸກເງື່ອນໄຂ ເພື່ອອໍານວຍຄວາມສະດວກໃຫ້ແກ່ພະນັກງານ ແລະ ຄູ-ອາຈານ ໄດ້ສືບຕໍ່ປະຕິບັດໜ້າທີ່ຂອງຕົນເອງ ຄູ-ອາຈານ ຈໍາເປັນຕ້ອງໄດ້ຮຽນຮູ້ເນື້ອໃນຄວາມຮູ້ໃໝ່ ຄົ້ນຄວ້າວິທີການສອນໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບການແຕ່ລະໄລຍະ ອາດຈະຫຼຸດປະລິມານເນື້ອໃນການຮຽນທີ່ເຫັນວ່າບໍ່ຈຳເປັນລົງ ປັບປ່ຽນ ຫຼືຫຼຸດຜ່ອນການວັດຜົນໃນຕອນທ້າຍພາກຮຽນ ເປັນການວັດ ແລະ ປະເມີນຜູ້ຮຽນແບບຕໍ່ເນື່ອງຫຼາຍຂຶ້ນ ຜູ້ປົກຄອງຄວນໄດ້ເພີ່ມທະວີບົດບາດຂອງຕົນຕໍ່ການຮຽນຂອງລູກຫຼາຍຂຶ້ນ ຕິດຕາມການຮຽນຂອງລູກຫຼານ ແລະ ຊຸກຍູ້ໃຫ້ເຂົາເຈົ້າຮຽນເປັນປົກກະຕິ ຊ່ວຍອຳນວຍຄວາມສະດວກບັນດາສື່ ແລະ ອຸປະກອນທີ່ໃຊ້ໃນການຮຽນ-ການສອນ ພ້ອມທັງຕິດຕາມພຶດຕິກຳຂອງລູກຫຼານຕົນຢ່າງໃກ້ຊິດ ສະມາຄົມພໍ່ແມ່ນັກຮຽນ ຄະນະພັດທະນາການສຶກສາຂັ້ນບ້ານ ເມືອງ ແລະ ຜູ້ປະກອບການໃນແຕ່ລະທ້ອງຖິ່ນ ຊ່ວຍປັບປຸງ ແລະ ຊຸກຍູ້ສະຖານການສຶກສາ ສ້າງໂອກາດໃຫ້ສະຖານການສຶກສາ ສາມາດເຂົ້າເຖິງແຫ່ງການຮຽນຮູ້ທີ່ທັນສະໄໝຫຼາຍຂຶ້ນ. 

    ສໍາລັບທ້ອງຖິ່ນໃດທີ່ສາມາດສອນແບບອອນລາຍ ຫຼື ແບບທາງໄກ ທີ່ຮັບປະກັນທັງຜູ້ສົ່ງ ແລະ ຜູ້ຮັບ ສາມາດສື່ສານຫາກັນໄດ້ ແມ່ນໃຫ້ປະຕິບັດຕາມຄໍາແນະນໍາຂອງກົມວິຊາການທີ່ໄດ້ອອກລະບຽບການສະເພາະແລ້ວນັ້ນ ສໍາລັບທ້ອງຖິ່ນ ແລະ ສະຖານການສຶກສາໃດທີ່ບໍ່ສາມາດຮຽນທາງອອນລາຍ ແມ່ນໃຫ້ຄູມອບວຽກບ້ານໃຫ້ ມີການນັດພົບເປັນກຸ່ມນ້ອຍເປັນບາງຄັ້ງ ເພື່ອກວດວຽກບ້ານ ແລະ ມອບວຽກບ້ານຕໍ່ໄປ ປະກອບປຶ້ມແບບຮຽນໃຫ້ນັກຮຽນໃຫ້ຄົບ ເພື່ອສະດວກໃນການຮຽນຢູ່ເຮືອນ ແນະນຳພໍ່ແມ່ຊ່ວຍແນະນຳລູກຫຼານຢູ່ເຮືອນຕື່ມອີກ. 

.# ຂ່າວ & ພາບ : ໄຊບັນດິດ

error: Content is protected !!