ຜູ້ຕິດເຊື້ອພະຍາດໂຄວິດໃນຊຸມຊົນ ສ່ວນຫຼາຍເປັນບຸຄະລາກອນແຖວໜ້າ

    ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 6 ກັນຍາ 2021 ຢູ່ກະຊວງສາທາລະນະສຸກວ່າ: ວັນທີ 5 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 2.479 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 125 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 50 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 75 ຄົນ ຈາກ ສະຫວັນນະເຂດ 46 ຄົນ ຈໍາປາສັກ 15 ຄົນ ສາລະວັນ 6 ຄົນ ນະຄອນຫຼວງວຽງຈັນ 4 ຄົນ ແລະ ຄໍາມ່ວນ 4 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼືຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

    ສຳລັບຜູ້ຕິດເຊື້ອຢູ່ໃນຊຸມຊົນຢູ່ບັນດາແຂວງ: ຈໍາປາສັກ 16 ຄົນ: ທັງໝົດແມ່ນຈຸ້ມຂອງເມືອງປະທຸມພອນ ໃນນັ້ນ ຈາກບ້ານສ້າງທ່ຽງ ນະຄອນປາກເຊ 1 ຄົນ ຄໍາມ່ວນ 15 ຄົນ: 14 ຄົນ (8 ຄົນ ຈາກຕະຫຼາດຫຼັກ 2 ແລະ 6 ຄົນ ຈາກຕະຫຼາດຫຼັກ 3) 1 ຄົນ ແມ່ນເຈົ້າໜ້າທີ່ຕຳຫຼວດຄ້າຍຄຸມຂັງ ສະຫວັນນະເຂດ 8 ຄົນ: ເປັນພະນັກງານແພດປະຈໍາຢູ່ສູນຫຼັກ 9 ຈຳນວນ 4 ຄົນ ເຂົ້າມາປະຈໍາການວັນທີ 24 ສິງຫາ 2021 ເຊິ່ງເປັນທີມແພດມາຈາກເມືອງອາດສະພັງທອງ (ທ່ານໝໍ 1 ຄົນ ແລະ ພະຍາບານ 2 ຄົນ) ແລະ ພະຍາບານຈາກເມືອງພິນ 1 ຄົນ 4 ຄົນ ເຊິ່ງເປັນທີມງານແພດຈາກໂຮງໝໍສູນກາງ ທີ່ລົງໄປຊ່ວຍວຽກຢູ່ສະຖານທີ່ຄຸມຂັງແຂວງສະຫວັນະເຂດ ບໍ່ແກ້ວ 8 ຄົນ: ມາຈາກເຂດເສດຖະກິດພິເສດ ສາມຫຼ່ຽມຄຳ (ຈີນ 6 ຄົນ ພະມ້າ 1 ຄົນ ແລະ ລາວ 1 ຄົນ) ສາລະວັນ 2 ຄົນ: ລູກຊາຍຝາແຝດ ເຊິ່ງພໍ່ ແລະ ແມ່ຕິດເຊື້ອ ເປັນພະນັກງານໄອຍະການແຂວງສາລະວັນ ທີ່ໄດ້ລາຍງານໃນວັນທີ 5 ກັນຍາ 2021 ຫຼວງພະບາງ 1 ຄົນ: ເປັນເພດຊາຍ ອາຊີບ: ກໍາມະກອນກໍ່ສ້າງທາງລົດໄຟ ຊື່ງຜູ້ກ່ຽວ ເດີນທາງມາຈາກເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເດີນທາງກັບໄປຫຼວງພະບາງ ແລ້ວຖືກນຳສົ່ງເຂົ້າສູນຈຳກັດບໍລິເວນ ທີ່ທາງແຂວງໄດ້ກຳນົດໄວ້.

    ມາຮອດມື້ນີ້ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16.058 ຄົນ ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວທັງໝົດ 5.394 ຄົນ ສໍາລັບຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອພະຍາດໂຄວິດ ສະເພາະນະຄອນຫຼວງວຽງຈັນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການທຸກວັນແຕ່ເວລາ 9-12:00 ໂມງ.

# ຂ່າວ & ຮູບ :  ວຽງມາ

error: Content is protected !!