ທ່ານ ມົນທອງ ລຽນຕິຄຸນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ໄດ້ກ່າວລາຍງານໃນພິທີໄຂສົກຮຽນໃໝ່ 2021-2022 ໃນທົ່ວແຂວງຫົວພັນ ທີ່ຈັດຂຶ້ນໃນວັນທີ 6 ກັນຍາ 2021 ວ່າ: ກ່ອນໄຂສົກຮຽນ ແມ່ນໄດ້ສຳເລັດກອງປະຊຸມໃຫຍ່ຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງ ປະຈຳສົກຮຽນ 2020-2021 ໄດ້ອອກແຈ້ງການເຖິງຫ້ອງການສຶກສາທິການ ແລະ ກິລາ 10 ເມືອງໃນທົ່ວແຂວງ ກຽມຄວາມພ້ອມໄຂສົກຮຽນໃໝ່ ໄດ້ປັບປຸງສ້ອມແປງອາຄານຮຽນ ແລະ ສະຖານທີ່ໃນໂຮງຮຽນ ສັບຊ້ອນບ່ອນປະຈຳການຄູຄືນໃໝ່ ປັດຈຸບັນແມ່ນມີຄວາມພ້ອມທຸກດ້ານ ນັກຮຽນທຸກຊັ້ນໄດ້ລົງທະບຽນເຂົ້າຮຽນສຳເລັດແລ້ວ ປຶ້ມແບບຮຽນ ປຶ້ມຄູ່ມືຄູ ແລະ ອຸປະກອນຮັບໃຊ້ໃນການຮຽນ-ການສອນ ພຽງພໍໃນຂັ້ນພື້ນຖານ ອຳນາດການປົກຄອງທ້ອງຖິ່ນໄດ້ມີສ່ວນຮ່ວມປະກອບສ່ວນໃນການກຽມຄວາມພ້ອມໄຂສົກຮຽນໃໝ່ ສຳລັບການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ມາຮອດປັດຈຸບັນ ແຂວງຫົວພັນຍັງບໍ່ທັນມີຜູ້ຕິດເຊື້ອໂຄວິດ-19 ເຖິງຢ່າງໃດກໍຕາມ ຍັງໄດ້ເພີ່ມທະວີຄວາມເອົາໃຈໃສ່ປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວ ໂດຍຮັກສາໄລຍະຫ່າງ ໃສ່ຜ້າອັດປາກ ອັດດັງ ໝັ່ນລ້າງມືໃສ່ເຈວ ສະບູ ແລະ ວັດແທກອຸນຫະພູມ ທຸກໆໂຮງຮຽນທົ່ວແຂວງແມ່ນສາມາດໄຂສົກຮຽນໃໝ່ໃນວັນທີ 6 ກັນຍາ 2021 ນີ້ໄດ້ເປັນປົກກະຕິ ທັງນີ້ ການປະຕິບັດວຽກຈຸດສຸມໃນສົກຮຽນ 2021-2022 ນີ້ ໄດ້ເນັ້ນໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ແຕ່ລະຂັ້ນເປັນເຈົ້າການປຸກລະດົມຜູ້ປົກຄອງໃຫ້ສົ່ງລູກຫຼານທີ່ຢູ່ໃນເກນອາຍຸມາເຂົ້າຮຽນຢ່າງຄົບຖ້ວນ ສືບຕໍ່ເອົາໃຈໃສ່ຕິດຕາມ-ຊຸກຍູ້ ຄູສອນໃຫ້ປົກກະຕິ ເນັ້ນໃຫ້ຄູສອນຕ້ອງມີຈັນຍາບັນ ຄູ-ອາຈານ ແລະ ນັກຮຽນຕ້ອງແຂ່ງຂັນການສອນດີ-ຮຽນເກັ່ງ ຮັບປະກັນໃຫ້ຄຸນນະພາບການຮຽນ-ການສອນດີຂຶ້ນເທື່ອລະກ້າວ.

ສຳລັບພິທີໄຂສົກຮຽນໃໝ່ ສົກຮຽນ 2021-2022 ທົ່ວປະເທດ (ຮູບແບບທາງໄກ ຜ່ານ Video conference) ຖ່າຍທອດສົດຜ່ານດາວທຽມ ລາວແຊັດ ແລະ ເຟສບຸກເພຈ໌ ຂອງສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ໄດ້ຈັດຂຶ້ນຢູ່ທີສູນໄອຊີທີ ກະຊວງສຶກສາທິການ ແລະ ກິລາ ໃນຕອນເຊົ້າວັນທີ 6 ກັນຍາ 2021 ນີ້ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ ມີຫົວໜ້າ ຄະນະ ພະແນກສຶກສາທິການ ແລະ ກິລາແຂວງ ພ້ອມຄະນະຈາກທົ່ວປະເທດເຂົ້າຮ່ວມ.
ຂ່າວ & ພາບ: ເພັດສະໝອນ