ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກຖະແຫຼງຂ່າວກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 5 ກັນຍາ 2021 ທີ່ກະຊວງສາທາລະນະສຸກວ່າ: ວັນທີ 4 ກັນຍາ ໄດ້ກວດວິເຄາະທັງໝົດ 3.093 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 172 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 56 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ປະກອບມີ :

- ສະຫວັນນະເຂດ 21 ຄົນ
- ຈໍາປາສັກ 13 ຄົນ
- ຄໍາມ່ວນ 7 ຄົນ ທັງໝົດແມ່ນພະນັກງານ ປກສ ຢູ່ຄ້າຍຄຸມຂັງ ບ້ານຄຳຂີ້ໄກ່
- ຫຼວງນໍ້າທາ 5 ຄົນ
- ສາລະວັນ 2 ຄົນ ເປັນຄົນໃນຄອບຄົວດຽວກັນ (ຜົວ-ເມຍ ຕິດເຊື້ອ ເປັນພະນັກງານທັງສອງຄົນ)
- ບໍ່ແກ້ວ 2 ຄົນ ບ້ານຂຸນບົງ ມີປະຫວັດພົວພັນກັບບ້ານໃໝ່ສີເມືອງງາມ.
- ນະຄອນຫຼວງວຽງຈັນ 6 ຄົນ (ຄົນໃນຄອບຄົວດຽວກັນ)
- ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ປະກອບມີ
- ເພດຊາຍ ອາຍຸ 24 ປີ ອາຊີບ ພະນັກງານທະຫານ (ໂພນເຄັງ) ສັກຢາວັກຊີນຄົບ 2 ເຂັມ
- ເພດຊາຍ ອາຍຸ 52 ປີ ອາຊີບ ພະນັກງານທະຫານ (ໂພນເຄັງ) ໄດ້ສັກຢາວັນຊີນ 2 ເຂັມ ຜູ້ກ່ຽວມີພະຍາດປະຈຳໂຕ ເບົາຫວານ ແລະ ຄວາມດັນເລືອດສູງ
- ເພດຍິງ ອາຍຸ 19 ປີ ອາຊີບ ຂາຍເຄື່ອງ Online ບໍ່ມີພະຍາດປະຈຳໂຕ ແລະ ຍັງບໍ່ໄດ້ສັກຢາວັນຊີນ
- ເພດຊາຍ ເດັກອາຍຸ 8 ເດືອນ ມີອາການວັນທີ 2 ກັນຍາ ເປັນໄຂ້ ນ້ຳມູກຍ້ອຍ
- ເພດຍິງ ອາຍຸ 52 ປີ ອາຊີບ ພະນັກງານທະຫານ (ໂພນເຄັງ) ມີພະຍາດປະຈຳໂຕ ເບົາຫວານ ໄດ້ສັກຢາວັນຊີນ 2 ເຂັມ
- ເພດຊາຍ ອາຍຸ 18 ປີ ອາຊີບ ນັກຮຽນ ບໍ່ມີພະຍາດປະຈຳໂຕ ສັກຢາວັກຊີນ 2 ເຂັມ
ເຊິ່ງສະຖານທີ່ສ່ຽງທີ່ຜູ້ຕິດເຊື້ອໄດ້ເດີນທາງໄປໃນນະຄອນຫຼວງວຽງຈັນວັນທີ 31 ສິງຫາ
- ຮ້ານມ່າລ່າ ແຖວຊ້າງເຜືອກ
- ຮ້ານຕັດຜົມຕໍ່ໜ້າບໍລິສັດ ສະກາຍ
- ວັດທ່າແຂກ ເມືອງຫາດຊາຍຟອງ
- ຮ້ານເສີມສວຍ ດອນນົກຂຸ້ມ
- ວັນທີ 1 ກັນຍາ ຕະຫຼາດໜອງໄຮ
- ວັນທີ 2 ກັນຍາ ຮ້ານ J-mark ສາຂາທາດຫຼວງ
- ຮ້ານ 365 ຢູ່ຫຼັກ 8
- ວັນທີ 3 ກັນຍາ ຮ້ານອາຫານ ຊັ້ນ 6 ຢູ່ໄອເຕັກ.
ສ່ວນກໍລະນີນໍາເຂົ້າກໍລະນີນໍາເຂົ້າມີ 116 ຄົນ ຈາກ ສະຫວັນນະເຂດ 68 ຄົນ ສາລະວັນ 14 ຄົນນະຄອນຫຼວງວຽງຈັນ 13 ຄົນ ຈໍາປາສັກ 12 ຄົນ ຄໍາມ່ວນ 5 ຄົນ ແລະ ບໍລິຄໍາໄຊ 4 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ ມາຮອດປັດຈຸບັນຕົວເລກຜູ້ຕິດເຊື້ອສະສົມທັງໝົດ 15.933 ຄົນ ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5.464 ຄົນ ແລະ ບ້ານແດງທີ່ຖືກກຳນົດໃໝ່ໃນນະຄອນຫຼວງວຽງຈັນມີ 1 ບ້ານຄື: ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ.