LaoVietBank ມອບເຄື່ອງຊ່ວຍເຫຼືອໃຫ້ສະມາຄົມຄົນພິການແຫ່ງຊາດລາວ ແລະ ບັນດາສູນທີ່ຂຶ້ນກັບສະມາຄົມ

    ວັນທີ 2 ກັນຍາ 2021 ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ສະໜັບສະໜູນເຄື່ອງຊ່ວຍເຫຼືອໃຫ້ແກ່ສະມາຄົມຄົນພິການແຫ່ງຊາດລາວ ແລະ ບັນດາສູນທີ່ຂຶ້ນກັບສະມາຄົມ ໄດ້ແກ່: ສູນພັດທະນາ ແລະ ສົ່ງເສີມວິຊາຊີບພິການຕາ (ADBA) ສະມາຄົມພິການຕາລາວ (LBA) ແລະ ກຸ່ມພິການຊົນເຜົ່າ (DHEG) ລວມມູນຄ່າທັງໝົດ 11.200.000 ກີບ.

    ຕາງໜ້າ LaoVietBank ມອບໂດຍທ່ານ ນາງ ສົມມະລີ ວົງຄໍາຊາວ ຮອງຫົວໜ້າຫ້ອງການບໍລິຫານ ແລະ ທ່ານ ນາງ ແສງມະນີ ພິລາວົງ ຫົວໜ້າໜ່ວຍງານພັດທະນາເຄື່ອງໝາຍການຄ້າ ແລະ ສື່ສານມວນຊົນ ສ່ວນສະມາຄົມກ່າວຮັບໂດຍທ່ານ ສໍານຽງ ທໍາມະວົງ ປະທານສະມາຄົມຄົນພິການແຫ່ງຊາດລາວ ພ້ອມດວ້ຍຜູ້ຕາງໜ້າຈາກແຕ່ລະສູນທີ່ຂຶ້ນກັບສະມາຄົມເຂົ້າຮ່ວມ.

    ສໍາລັບເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ລໍ້ຍູ້ສໍາລັບຄົນພິການ ນົມສໍາເລັດຮູບເພື່ອສຸຂະພາບ ວິຕາມິນ ແລະ ເຄື່ອງໃຊ້ທີ່ຈໍາເປັນຈໍານວນໜຶ່ງ ເນື່ອງຈາກການປະຕິບັດການປ້ອງກັນພະຍາດໂຄວິດ-19 ພວກເຮົາຈຶ່ງໄດ້ນໍາເຄື່ອງດັ່ງກ່າວມອບໃຫ້ແຕ່ລະສູນ ປະກອບມີ: ສູນພັດທະນາ ແລະ ສົ່ງເສີມວິຊາຊີບພິການຕາ (ADBA) ມີສະມາຊິກຈໍານວນ 40 ຄົນ ສະມາຄົມພິການຕາລາວ (LBA) ມີສະມາຊິກຈໍານວນ 40 ຄົນ ກຸ່ມພິການຊົນເຜົ່າ (DHEG) ມີສະມາຊິກຈໍານວນ 37 ແລະ ສະມາຄົມຄົນພິການແຫ່ງຊາດ (LDPA) ມີສະມາຊິກຈໍານວນ 19 ຄົນ.

.# ຂ່າວ & ພາບ : LaoVietBank

error: Content is protected !!