ວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດ ໄດ້ກໍານົດ 6 ໜ້າວຽກຈຸດສຸມສໍາຄັນທີ່ຈະຕ້ອງສຸມໃສ່ໃນການຈັດຕັ້ງປະຕິບັດຄື:
(1) ສ້າງຄວາມຮັບຮູ້ໃນທົ່ວສັງຄົມ ດ້ວຍການສຶກສາອົບຮົມ ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ
(2) ສ້າງ ປັບປຸງກົດໝາຍ ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ
(3) ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງອົງການສືບສວນ-ສອບສວນ ອົງການສານປະຊາຊົນ ອົງການໄອຍະການປະຊາຊົນ ອົງການປະຕິບັດຄໍາຕັດສິນຂອງສານ ແລະ ພາກສ່ວນກ່ຽວຂ້ອງ ຕໍ່ການແກ້ໄຂບັນຫາຢາເສບຕິດ
(4) ຍົກສູງປະສິດທິພາບດ້ານການຄຸ້ມຄອງ ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານ ໃນວຽກງານແກ້ໄຂບັນຫາຢາເສບຕິດ
(5) ປັບປຸງຂີດຄວາມສາມາດການເຄື່ອນໄຫວເຮັດໜ້າທີ່ຂອງລະບົບການເມືອງແຕ່ລະຂັ້ນ ເພື່ອຊີ້ນໍາ-ນໍາພາການແກ້ໄຂບັນຫາຢາເສບຕິດທີ່ເກີດຂຶ້ນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ
(6) ເພີ່ມທະວີວຽກງານຮ່ວມມືສາກົນເຊັ່ນ: ຮ່ວມມືໃນໂຄງການແມ່ນໍ້າຂອງປອດໄພ ໂຄງການແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ລະຫວ່າງ ສປປ ລາວ ກັບ 5 ປະເທດ ທີ່ມີຊາຍແດນຕິດຈອດກັນ ຮ່ວມມືລະຫວ່າງ ສປປ ລາວ -ປະຊາຄົມອາຊຽນ ເພື່ອຄວບຄຸມຢາເສບຕິດ ຮ່ວມມືລະຫວ່າງ ສປປ ລາວ ກັບອົງການສະຫະປະຊາຊາດ ເພື່ອຄວບຄຸມຢາເສບຕິດ ແລະ ຕ້ານອາຊະຍາກໍາ ຮ່ວມມືສອງຝ່າຍ ຫຼາຍຝ່າຍ ກັບບັນດາປະເທດເພື່ອນມິດຍຸດທະສາດບັນດາປະເທດໃກ້ຄຽງ.
# ຮູບ & ຂ່າວ: ຂັນທະວີ