ເຖິງແມ່ນວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຫຼາຍໂຮງຮຽນໃນນະຄອນຫຼວງວຽງຈັນບໍ່ສາມາດເປີດສົກຮຽນໃໝ່ໄດ້ ແຕ່ກໍມີຫຼາຍໂຮງຮຽນ ໄດ້ຫ້າງຫາກະກຽມຄວາມພ້ອມຮອບດ້ານ ໃນການໄຂສົກຮຽນໃໝ່ ພ້ອມກັບການຮັກສາມາດຕະການປ້ອງກັນພະຍາດດັ່ງກ່າວເຊັ່ນດຽວກັນ ບັນຍາກາດຂອງການກະກຽມຄວາມພ້ອມໃນການເປີດສົກຮຽນໃໝ່ ຂອງໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ໃນວັນທີ 1 ກັນຍາ 2021 ຜ່ານມາ ນໍາພາໂດຍຄະນະອໍານວຍການໂຮງຮຽນ ພ້ອມດ້ວຍພະນັກງານຄູ-ອາຈານ ພາຍໃນໂຮງຮຽນ ໄດ້ສຸມທຸກກໍາລັງແຮງ ສາມັກຄີກັນເຮັດອະນາໄມຫ້ອງການ ອາຄານສະຖານທີ່ ຂອບເຂດຄວາມຮັບຜິດຊອບ ພ້ອມທັງຈັດປື້ມຢູ່ຫ້ອງສະໝຸດໂຮງຮຽນ ແລະ ກະກຽມຕາຕະລາງການຮຽນ-ການສອນ ເພື່ອກຽມຄວາມພ້ອມຮອບດ້ານ ໃນການເປີດການຮຽນ-ການສອນຜ່ານທາງອອນລາຍ ກ່ອນຈະມີການໄຂສົກຮຽນໃໝ່ 2021-2022 ຢ່າງເປັນທາງການ.
# ຂ່າວ & ພາບ : ບຸນມີ ສີວິໄລ