ກະຊວງສາທາ ແລະ ອົງການພັດທະນາສາກົນຂອງອາເມຣິກາ ສຳເລັດການສ້າງຄວາມອາດສາມາດໃຫ້ແກ່ສະຖາບັນໂພຊະນາການ

    ໂຄງການເສີມສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດໃຫ້ແກ່ສູນສະຖາບັນໂພຊະນາການເປັນໂຄງການໜື່ງທີ່ມີບົດບາດສຳຄັນໃນການສ້າງຂີດຄວາມສາມາດໃຫ້ແກ່ບຸຄະລາກອນກະຊວງສາທາລະນະສຸກ ກໍຄືຄະນະນຳ ແລະ ພະນັກງານວິຊາການຂອງສູນໂພຊະນາການ ໄດ້ມີຄວາມຮູ້ ແລະ ປະສົບການໃໝ່ໆ ໄດ້ສ້າງພື້ນຖານອັນແໜ້ນແກ່່ນໃຫ້ແກ່ການທຸ່ມເທເຫື່ອແຮງເຂົ້າໃນວຽກງານໂພຊະນາການແຫ່ງຊາດ ລວມທັງການສຶກສາ ແລະ ການຄົ້ນຄວ້າໂພຊະນາການ ການຮັບປະກັນຄຸນນະພາບໃນຫ້ອງທົດລອງ ການບໍລິການແບບເຊື່ອມສານ ແລະ ການຟື້ນຟູໂພຊະນາການໃນໂຮງໝໍ ການປະສານງານລະດັບຊາດ ແລະ ການດູແລອື່ນໆ. ພາຍໃຕ້ໂຄງການດັ່ງກ່າວ ໄດ້ຮັບການຊ່ວຍເຫຼືອຈາກອົງການພັດທະນາສາກົນຂອງສະຫະລັດອາເມຣິກາ ການຈັດຕັ້ງປະຕິບັດໂຄງການແມ່ນມີໄລຍະ 3 ປີ (2018-2021).

    ໃນຕອນເຊົ້າຂອງວັນທີ 2 ກັນຍາ 2021 ນີ້ ກະຊວງສາທາລະນະສຸກ ແລະ ອົງການພັດທະນາສາກົນຂອງສະຫະລັດອາເມຣິກາ ໄດ້ຈັດພິທີປິດໂຄງການເສີມສ້າງຄວາມອາດສາມາດໃຫ້ແກ່ສູນສະຖາບັນໂພຊະນາການ ຂຶ້ນທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ທ່ານ ໄມໂຄ ຣອນນິ່ງ ຜູ້ຕາງໜ້າອົງການ USAID ປະຈຳ ສປປ ລາວ ພ້ອມມີຜູ້ຕາງໜ້າອົງການ RTI ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

# ຂ່າວ & ພາບ : ສູນຂ່າວສານການແພດສຸຂະສຶກສາ

error: Content is protected !!