ມື້ນີ້ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ 41 ຄົນ

    ທ່ານ ດຣ ສີສະຫວາດ ສຸດທານິລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວ ປະຈຳວັນທີ 2 ກັນຍາ 2021 ຢູ່ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ມາຮອດວັນທີ 1 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 3.711 ຄົນ ໃນນັ້ນ ຜົນກວດວິເຄາະ ພົບຜູ້ຕິດເຊື້ອໃໝ່ 170 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 41 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ 129 ຄົນ ໃນນັ້ນ ຈາກແຂວງສະຫວັນນະເຂດ 48 ຄົນ ສາລະວັນ 41 ຄົນ ນະຄອນຫຼວງວຽງຈັນ 17 ຄົນ ຄໍາມ່ວນ 13 ຄົນ ຈໍາປາສັກ 6 ຄົນ ບໍລິຄໍາໄຊ 3 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼືຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

    ສຳລັບຜູ້ຕິດເຊື້ອຢູ່ໃນຊຸມຊົນໃນນະຄອນຫຼວງ ແລະ ບັນດາແຂວງຄື: ຢູ່ນະຄອນຫຼວງ 9 ຄົນ ເຊິ່ງ 1 ຄົນ ເພດຊາຍ ອາຍຸ 44 ປີ ມາຈາກບ້ານໜອງແຫ້ວ ເມືອງຫາດຊາຍຟອງ ເຊິ່ງໄດ້ກັກໂຕແຍກປ່ຽວແຕ່ວັນທີ 24 ສິງຫາ ແລະ ອີກ 8 ຄົນ ເດີນມາຈາກແຂວງບໍ່ແກ້ວ ມາກັກໂຕຢູ່ຫຼັກ 27 ແລະ ສູນປາກງື່ມ ສະຫວັນນະເຂດ 22 ຄົນ ພະນັກງານແພດ 1 ຄົນ ອີກ  1 ຄົນເປັນພະຍາບານຢູ່ບ້ານໄຊຍະພູມ  ແຕ່ເຮັດວຽກຢູ່ຕຶກເດັກຂອງໂຮງໝໍແຂວງ  3 ຄົນແມ່ນພະນັກງານລັດຕະນະລັງສີ 2 ຄົນ ເປັນພະນັກງານລ້ານຊ້າງ ທີ່ກັກໂຕຢູ່ໂຮງແຮມ ເຊິ່ງມີສາຍພົວພັນກັບພະນັກງານຂັບລົດບໍລິສັດລັດຕະນະວົງ ອີກ 13 ຄົນ ເປັນພະນັກງານເວນຍາມບໍລິສັດສະຫວັນປາກ 1 ຄົນ ປະຊາຊົນບ້ານອຸດົມວິໄລ ແລະ 1 ຄົນ ຢູ່ບ້ານລັດຕະນະລັດສີໃຕ້ ອີກ 1 ຄົນຢູ່ບ້ານໂພນສະຫວ່າງໃຕ້ ຄໍາມ່ວນ 4 ຄົນ 3 ຄົນແມ່ນພະນັກງານອາສາສະໝັກທີເປັນພະຍາບານ ມາປະຈໍາການຢູ່ສູນກັກກັນສະໜາມກິລາແຂວງ ໃນວັນທີ 23 ສິງຫາ 2021 ເຊິ່ງທັງ 3 ຄົນມີອາການໄຂ້ ແລະ ໄອ ໃນວັນທີ 31 ສິງຫາ 2021 ອີກ 1 ຄົນ ຢູ່ບ້ານເລົ່າໂພນ ເມືອງທ່າແຂກ ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ບໍ່ແກ້ວ 4 ຄົນ 3 ຄົນຈາກເມືອງຕົ້ນເຜິ້ງ ແລະ 1 ຄົນຈາກເມືອງຫ້ວຍຊາຍ ຫຼວງພະບາງ 1 ຄົນ ເພດຍິງ ອາຍຸ 49 ປີຢູ່ບ້ານນາຝາຍ ເມືອງນານ ເປັນຜູ້ສໍາຜັກກັບຜູ້ຕິດເຊື້ອກ່ອນໜ້ານີ້ ແລະ ສາລະວັນ 1 ຄົນ ພະນັກງານຂັບລົດທະຫານປະຈໍາຢູ່ສູນວິທະຍາໄລຄູເມືອງສາລະວັນ ປັດຈຸບັນຜູ້ຕິດເຊື້ອໃໝ່ທັງໝົດໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ ມາຮອດວັນທີ 2 ກັນຍານີ້ ມີຕົວເລກຜູ້ຕິດເຊື້ອສະສົມ 15.459 ຄົນ ເສຍຊີວິດສະສົມ 14 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ 5.317 ຄົນ ສຳລັບຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສະເພາະນະຄອນຫຼວງວຽງຈັນ ແມ່ນຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ ໃນຕອນເຊົ້າ ເວລາ 9:00-12:00 ໂມງ.

..# ຮູບ & ຂ່າວ: ວຽງມາ

error: Content is protected !!