ວັນທີ 1 ກັນຍາ 2021 ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງ ແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງ ຢູ່ບ້ານຍົກຍ້າຍຈັດສັນໃໝ່ ບ້ານກິ່ວງີ້ວ ເມືອງເງິນ ແລະ ໄດ້ເຂົ້າຮ່ວມພິທີມອບປື້ມບັນຊີເງິນຝາກ ເງິນຊົດເຊີຍເຮືອນຫຼັງເກົ່າ ແລະ ພື້ນທີ່ດິນ ປະເພດດິນປຸກສ້າງ ຄັ້ງທີ່ 1 ລວມມູນຄ່າທັງໝົດ 7.854.881.033 ກີບ ໃຫ້ການຕອບຮັບ ໂດຍມີທ່ານ ທະວີສັກ ເຈົ້າເມືອງເມືອງເງິນ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຫົວໜ້າຫ້ອງການຍົກຍ້າຍຈັດສັນ (RLMU) ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.
ສໍາລັບເງິນຊົດເຊີຍທີ່ທາງບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ມອບໃຫ້ໃນຄັ້ງທີໜຶ່ງນີ້ ໄດ້ແບ່ງອອກເປັນຄື: ສ່ວນຕ່າງຂອງເຮືອນຫຼັງເກົ່າ 13 ຫຼັງ ເຮືອນຫຼັງທີ 2 ຈໍານວນ 7 ຫຼັງ ແລະ ສິ່ງປຸກສ້າງອື່ນໆ 106 ຫຼັງ ຂອງຈໍານວນຄອບຄົວທັງໝົດ 144 ຄອບຄົວ ມູນຄ່າ 1.234.346.033 ກີບ ແລະ ຄ່າຊົດເຊີຍພື້ນທີ່ດິນປະເພດດິນປຸກສ້າງ 240 ຕອນ ມີເຈົ້າຂອງທີ່ດິນ 114 ຄອບຄົວ ມູນຄ່າ 6.620.353.000 ກີບ.

.
.# ຮູບ & ຂ່າວ: ວຽງມາ
.