ລັດຖະມົນຕີກະຊວງພາຍໃນ ຕ້ອນຮັບການຢ້ຽມອໍາລາຂອງເອກອັກຄະລັດຖະທູດມົງໂກລີ

    ວັນທີ 2 ກັນຍາ 2021 ທີ່ກະຊວງພາຍໃນ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ Lodoidamba GALBADRAHK ເອກອັກຄະລັດຖະທູດແຫ່ງສາທາລະນະລັດ ມົງໂກລີ ປະຈໍາລາວ ໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຕົ້ນເດືອນກັນຍານີ້ ເຊິ່ງໃນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດນັບແຕ່ປີ 2015-2021 ທ່ານເອກອັກຄະລັດຖະທູດໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ໄດ້ຊຸກຍູ້ການຮ່ວມມືອັນດີງາມລະຫວ່າງສອງປະເທດລາວ-ມົງໂກລີ ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

.# ຮູບ & ຂ່າວ: ຂັນທະວີ

error: Content is protected !!