ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 1 ກັນຍາ 2021 ຢູ່ກະຊວງສາທາລະນະສຸກວ່າ: ມາຮອດວັນທີ 31 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 3.828 ຄົນ ໃນນັ້ນ ຜົນກວດວິເຄາະ ພົບຜູ້ຕິດເຊື້ອໃໝ່ 274 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 54 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ 220 ຄົນ ໃນນັ້ນ ແຂວງວຽງຈັນ 1 ຄົນ ຄຳມ່ວນ 4 ຄົນ ສາລະວັນ 3 ຄົນ ຈຳປາສັກ 45 ຄົນ ແລະ ສະຫວັນນະເຂດ 167 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ສຳລັບຜູ້ຕິດເຊື້ອຢູ່ໃນຊຸມຊົນໃນນະຄອນຫຼວງ ແລະ ບັນດາແຂວງຄື
ຢູ່ນະຄອນຫຼວງ 2 ຄົນ ເປັນຜູ້ສຳຜັດໃກ້ຊິດກັບກຸ່ມຕິດເຊື້ອຜ່ານມາ
- ຈາກບ້ານອ່າງໃຫຍ່ ເມືອງສີໂຄດຕະບອງ 1 ຄົນ ເພດຍິງ ອາຍຸ 36 ປີ ອາຊີບແມ່ເຮືອນ
- ອີກ 1 ຄົນ ຢູ່ບ້ານໂພນສົມບູນ ເມືອງສີໂຄດຕະບອງ ເປັນເພດຍິງ ອາຍຸ 33 ປີ ອາຊີບພະນັກງານບໍລິສັດວຽງທອງການຢາ ໄດ້ໄປວຽກລ່າສຸດ ວັນສຸກ ວັນທີ 27 ສິງຫາ 2021 ຜູ້ກ່ຽວເປັນຜູ້ສຳຜັດໃກ້ຊິດ ແລະ ຢູ່ໃນໄລຍະກັກໂຕ ທີ່ເຊື່ອມໂຍງກັບບໍລິສັດຂົນສົ່ງທາງບົກ-ທາງນໍ້າ ທ່າເຮືອຫຼັກ 4.
- ແຂວງສະຫວັນນະເຂດ 12 ຄົນ ບໍ່ແກ້ວ 18 ຄົນ (ທັງໝົດຕິດເຊືິ້ອຈາກເຂດເສດຖະກິດພິເສດສາມລ່ຽມຄຳ)
- ຈໍາປາສັກ 14 ຄົນ ຄຳມ່ວນ 4 ຄົນ ຫຼວງນ້ຳທາ ຫຼວງພະບາງ ໄຊຍະບູລີ ແລະ ວຽງຈັນ ແຂວງລະ 1 ຄົນ (ທັງໝົດເປັນຜູ້ສຳຜັດໃກ້ຊິດກັບກຸ່ມຕິດເຊື້ອຜ່ານມາ)
- ປັດຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
- ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມ 15.289 ຄົນ ເສຍຊີວິດສະສົມ 14 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ 5.418 ຄົນ.
- ສຳລັບຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສະເພາະນະຄອນຫຼວງວຽງຈັນ ແມ່ນຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນຮອດວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ສ່ວນແຂວງອື່ນໆແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້.
- ປັດຈຸບັນ ບ້ານແດງທີ່ຖືກກຳນົດເປັນບ້ານແດງໃໝ່ຕື່ມຢູ່ນະຄອນຫຼວງວຽງຈັນ ມີ: ບ້ານ ສະພັງໝໍ້ ເມືອງ ໄຊເຊດຖາ
- ສະຖານທີ່ສ່ຽງຕ່າງໆໃນນະຄອນຫຼວງວຽງຈັນ ທີ່ຜູ້ຕິດເຊື້ອໃໝ່ເດີນທາງໄປມີ:
- ຄລີນິກແຂ້ວ ໃກ້ກັບໂຮງຮຽນມິດຕາທົ່ງປົ່ງ
- ຮ້ານຂາຍເຄື່ອງຍ່ອຍແຄມທາງຕະຫຼາດທົ່ງປົ່ງ.

ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງພໍ່ແມ່ ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ກໍຄືການປະຕິບັດມາດຕະການດໍາລົງຊິວິດປົກກະຕິແບບໃໝ່ຢ່າງຖືກຕ້ອງ ແລະ ຮ່ວມແຮງຮ່ວມໃຈ ສາມັກຄີກັນ ເພື່ອພ້ອມກັນຜ່ານຜ່າວິກິດນີ້ໄປດ້ວຍກັນ ແລະ ສາມາດກັບມາດຳລົງຊີວິດປົກກະຕິໂດຍໄວ.
# ຮູບ & ຂ່າວ: ລັດເວລາ