ກອງປະຊຸມການສະຫຼຸບລາຍງານຜົນສຳເລັດຂອງການກະກຽມດັດຊະນີໝາຍການພັດທະນາຊາວໜຸ່ມອາຊຽນໃນໄລຍະທີ 2 (YDI) (ກອງປະຊຸມທາງໄກ) ໄດ້ຈັດຂຶ້ນໃນວັນທີ 30 ສິງຫາ 2021 ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ເປັນປະທານຂອງທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສຊປລ ມີບັນດາປະເທດສະມາຊິກຊາວໜຸ່ມອາຊຽນເຂົ້າຮ່ວມ.

ເພື່ອສ້າງເວທີໃຫ້ແກ່ເຈົ້າໜ້າທີ່ອາວຸໂສຊາວໜຸ່ມອາຊຽນ ເຄືອຂ່າຍການເຊື່ອມໂຍງຊາວໜຸ່ມອາຊີ-ປາຊີຟິກ ແລະ ບັນດາອົງການຈັດຕັ້ງຊາວໜຸ່ມເພື່ອສົນທະນາ ແລະ ວາງແຜນການດຳເນີນງານວ່າດ້ວຍການຕິດຕາມ ປະເມີນແຜນການດຳເນີນງານການພັດທະນາຊາວໜຸ່ມ 5 ປີ ໃນຕໍ່ໜ້າ ກອງປະຊຸມດັ່ງກ່າວ ຈະໄດ້ພ້ອມກັນວາງຄາດໝາຍສູ້ຊົນ ແຜນການກະກຽມການຕິດຕາມ ແລະ ປະເມີນຜົນ ໄລຍະເວລາໃນການກະກຽມຂັ້ນສຸດທ້າຍເພື່ອທີ່ຈະສະເໜີໃຫ້ແກ່ບັນດາລັດຖະມົນຕີຊາວໜຸ່ມອາຊຽນເພື່ອຮັບຮອງໃນຂັ້ນຕໍ່ໄປ.

ການຮ່ວມມືລະຫວ່າງເຈົ້າໜ້າທີ່ອາວຸໂສຊາວໜຸ່ມອາຊຽນ ກອງເລຂາອາຊຽນ ແລະ ເຄືອຂ່າຍການເຊື່ອມໂຍງຊາວໜຸ່ມອາຊີ-ປາຊິຟິກ ມີຈຸດປະສົງຢາກຈະສ້າງຕັ້ງ ແລະ ດຳເນີນການຕິດຕາມ ການປະເມີນແຜນການດຳເນີນງານການພັດທະນາຊາວໜຸ່ມອາຊຽນແຕ່ປີ 2021–2025 ບົນພື້ນຖານການມີສ່ວນຮ່ວມຂອງຫຼາຍຝ່າຍ ຫຼາຍຄູ່ຮ່ວມງານຂອງແຕ່ລະແຂະແໜງການ ແລະ ຜູ້ຊ່ຽວຊານ ບົນພື້ນຖານມາດຕະຖານ ແລະ ຄວາມເປັນເອກະພາບທາງດ້ານເນື້ອໃນຂອງຕົວຊີ້ວັດ ດັດຊະນີໝາຍການພັດທະນາຊາວໜຸ່ມອາຊຽນ ໂດຍການຄວບຄຸມກົນໄກການເກັບກຳຂໍ້ມູນທີ່ມີຢູ່ທັງໃນລະດັບປະເທດ ແລະ ພາກພື້ນອາຊຽນ.

# ຮູບ & ຂ່າວ: ອົ່ນ ໄຟສົມທອງ