ດັ່ງທີ່ຮູ້ແລ້ວວ່າ ຜົນກວດວິເຄາະໃນວັນທີ 30 ສິງຫາ 2021 ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມເຖິງ 199 ຄົນ ໃນນັ້ນ ຕິດໃນຊຸມຊົນເຖິງ 64 ຄົນ ເຊິ່ງທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ກ່ຽວກັບລາຍລະອຽດຂອງຜູ້ຕິດເຊື້ອໃນຊຸມຊົນ ວັນທີ 31 ສິງຫາ 2021 ທີ່ກະຊວງສາທາລະນະສຸກວ່າ:
ສະເພາະຜູ້ຕິດເຊື້ອຢູ່ໃນຊຸມຊົນໃນນະຄອນຫຼວງ 24 ຄົນ ແມ່ນຜູ້ສຳຜັດໃກ້ຊິດກັບກຸ່ມຕິດເຊື້ອຂອງບໍລິສັດ ເບຍລາວ ເປັບຊີ ແລະ ບໍລິສັດຂົນສົ່ງທາງບົກ-ທາງນ້ຳ (ຢູ່ບ້ານທ່າພະລານໄຊ)
- ເມືອງຫາດຊາຍຟອງ ຈາກບ້ານປາກເປັ່ງ 6 ຄົນ ທ່າພະ 5 ຄົນ ໜອງແວງ 2 ຄົນ ແລະ ໜອງແຫ້ວ 1 ຄົນ
- ໄຊເສດຖາ ຈາກບ້ານນາໄຊ 2 ຄົນ ອາມອນ 1 ຄົນ ສະພັງໝໍ້ 1 ຄົນ ໂຊກຄຳ 1 ຄົນ
- ສີໂຄດຕະບອງ ຈາກບ້ານຍາພະ 1 ຄົນ (ພະນັກງານບໍລິສັດຂົນສົ່ງເຂດທ່າພະລານໄຊ) ອ່າງໃຫຍ່ 1 ຄົນ
- ສີສັດຕະນາກ ຈາກບ້ານຈອມເພັດ 1 ຄົນ ດອນນົກຂຸ້ມ 1 ຄົນ (ມາແຕ່ເມືອງຕົ້ນເຜິ້ງ) ທ່າພະລານໄຊ 1 ຄົນ.
ສ່ວນບັນດາແຂວງ ມີແຂວງສະຫວັນນະເຂດ 14 ຄົນ ໃນນັ້ນ: 7 ຄົນ ຈາກບ້ານ ລັດຕະນະລັງສີໃຕ້ 1 ຄົນ ຈາກ ບ້ານບຸ່ງຄໍາ ເມືອງວິລະບູລີ 3 ຄົນ ຈາກບ້ານໂພນຊາຍ 2 ຄົນ ຈາກບ້ານສະໜາມໄຊ 1 ຄົນ ຈາກບ້ານໜອງຜື ແຂວງບໍ່ແກ້ວ 11 ຄົນ ຈາກເມືອງຕົ້ນເຜິ້ງ ໃນນີ້-1 ຄົນມາຈາກບ້ານໃຫຍ່ສີເມືອງງານ 7 ຄົນ ຈາກບ້ານຄຸນບົງ 3 ຄົນ ເປັນພະນັກງານຕຳຫຼວດມາຈາກເຂດສາມຫຼ່ຽມຄຳ ແຂວງຫຼວງນ້ຳທາ 8 ຄົນ ໃນນັ້ນ: 1 ຄົນ ຈາກບ້ານຈອມແຈ້ງ ເມືອງລອງ ເຊິ່ງຕິດພັນກັບກໍລະນີ ບ້ານທົ່ງໄຈ້ ທີ່ເຊື່ອມໂຍງກັບບ້ານນາຝາຍ ເມືອງນານ ແຂວງຫຼວງພະບາງ 6 ຄົນ ຈຸ້ມກໍລະນີ ບ້ານທົງໄຈ້ເໜືອ ແລະ ໃຕ້ ທີ່ເຄີຍລາຍງານມື້ຜ່ານມາ ແລະ ອີກ 1 ຄົນ ແມ່ນ ເຮັດວຽກຢູ່ສາທາແຂວງ (ທີມງານກຳລັງເກັບກຳຂໍ້ມູນ) ແຂວງສາລະວັນ 3 ຄົນ ມີປະຫວັດສຳຜັດໃກ້ຊິດນຳຜູ້ຖືກຈຳກັດບໍລິເວນ ແລະ ແຂວງຈຳປາສັກ 1 ຄົນ ມາຈາກບໍ່ຄຳເຊໂປນ (ບໍລິສັດລ້ານຊ້າງມິເນໂຣ) ແຂວງສະຫວັນນະເຂດ ໄປຢາມຄອບຄົວ ນອກນັ້ນແຂວງຄຳມ່ວນ 2 ຄົນ ແມ່ນແພດປະຈຳສູນປີ່ນປົວ ເກັບຕົວຢ່າງກ່ອນໄປຈຳກັດບໍລິເວນແລ້ວກວດພົບເຊື້ອ.
# ຮູບ & ຂ່າວ: ຂັນທະວີ