ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນເຖິງ 64 ຄົນ ຈາກການຕິດເຊື້ອທັງໝົດ 199 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບໂຄວິດ-19 ປະຈໍາວັນທີ 31 ສິງຫາ 2021 ທີ່ກະຊວງສາທາລະນະສຸກວ່າ: ວັນທີ 30 ສິງຫາ ໄດ້ກວດວິເຄາະທັງໝົດ 3.521 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 199 ຄົນ ໃນນີ້ ຕິດເຊື້ອໃນຊຸມຊົນເຖິງ 64 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາຄື: ນະຄອນຫຼວງວຽງຈັນ 24 ຄົນ ສະຫວັນນະເຂດ 14 ຄົນ ບໍ່ແກ້ວ 11 ຄົນ ຫຼວງນ້ຳທາ 8 ຄົນ ສາລະວັນ 3 ຄົນ ຄຳມ່ວນ 2 ຄົນ ອຸດົມໄຊ 1 ຄົນ ແລະ ຈຳປາສັກ 1 ຄົນ ສ່ວນກໍລະນີນໍາເຂົ້າມີ 135 ຄົນ ຈາກບໍລິຄຳໄຊ 2 ຄົນ ນະຄອນຫຼວງວຽງຈັນ 4 ຄົນ ຄຳມ່ວນ 5 ຄົນ ສາລະວັນ 19 ຄົນ ຈຳປາສັກ 51 ຄົນ ແລະ ສະຫວັນນະເຂດ 54 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼືຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານເຂົ້າຕາມຈຸດຜ່ານແດນສາກົນ.

..# ຮູບ & ຂ່າວ: ຂັນທະວີ

error: Content is protected !!