ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ພ້ອມຄະນະ ລົງເຄື່ອນໄຫວຊຸກຍູ້ວຽກງານຂອງຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນວຽກງານທີ່ດິນຢູ່ 3 ເມືອງຂອງນະຄອນຫຼວງວຽງຈັນ ປະກອບມີ ນາຊາຍທອງ ສີໂຄດຕະບອງ ແລະ ສັງທອງ ວັນທີ 27 ສິງຫາ 2021 ຖືກຕ້ອນຮັບຈາກທ່ານ ພູໂຂງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍເຈົ້າເມືອງທັງ 3 ເມືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 3 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງເຂົ້າຮ່ວມ.
ການເຄື່ອນໄຫວຄັ້ງນີ້ ທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ລາຍງານຫຍໍ້ກ່ຽວກັບຜົນສຳເລັດການເຝິກອົບຮົມໃຫ້ແກ່ໜ່ວຍງານເຄື່ອນທີ່ໃນການຂຶ້ນທະບຽນອອກໃບຕາດິນເປັນລະບົບ ການຈັດຕັ້ງປະຕິບັດວຽກງານການສໍາຫຼວດພິສູດຫຼັກຖານອອກໃບຕາດິນຕົວຈິງຢູ່ພາກສະໜາມ ແລະ ການກະກຽມຄວາມພ້ອມໃນວຽກງານການຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງສິດນໍາໃຊ້ທີ່ດິນ ເພື່ອມອບຄວາມຮັບຜິດຊອບໃຫ້ບັນດາຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ຈັດຕັ້ງປະຕິບັດຕາມກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ປີ 2019 ຈາກນັ້ນ ໄດ້ຮັບຟັງການລາຍງານຈາກບັນດາທ່ານ ຫົວໜ້າຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງ 3 ເມືອງ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານການຂຶ້ນທະບຽນອອກໃບຕາດິນເປັນລະບົບຂອງເມືອງ ລວມທັງຂໍ້ສະດວກ ຂໍ້ຫຍຸ້ງຍາກໃນການກະກຽມຄວາມພ້ອມຂອງວຽກງານເປັນຕົ້ນ ບຸຄະລາກອນ ພື້ນຖານໂຄງລ່າງ ລະບົບ ICT ອຸປະກອນສໍາຫຼວດ ແລະ ທິດທາງແຜນການໃນຕໍ່ໜ້າ ເຊິ່ງທັງ 3 ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ແມ່ນມີຄວາມພ້ອມໃນການຈັດຕັ້ງປະຕິບັດຕາມກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ປີ 2019 ພ້ອມນັ້ນທ່ານເຈົ້າເມືອງ ກໍໄດ້ປະກອບຄໍາເຫັນໂດຍລວມ ເພື່ອຊີ້ນໍາ ແລະ ຊຸກຍູ້ວຽກງານຂອງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ໂດຍສະເພາະ ການເພີ່ມທະວີຄວາມຮັບຜິດຊອບຂອງພະນັກງານໃຫ້ສູງຂຶ້ນ ຄຽງຄູ່ກັນນີ້ ທ່ານເຈົ້າເມືອງ ໄດ້ສະເໜີຂໍການສະໜັບສະໜູນຈາກຂັ້ນເທິງ ໃນການແກ້ໄຂບັນຫາທີ່ຍັງຄົງຄ້າງ ເພື່ອສາມາດຈັດຕັ້ງປະຕິບັດວຽກງານທີ່ໄດ້ຮັບມອບໝາຍໃຫ້ສໍາເລັດຕາມແຜນການ. ຕອນທ້າຍ ທ່ານ ລັດຖະມົນຕີ ກຊສ ໄດ້ໃຫ້ທິດຊີ້ນໍາ ພ້ອມທັງສະເໜີຄະນະນໍານະຄອນຫຼວງວຽງຈັນ ເພື່ອຊ່ວຍຊຸກຍູ້ໃນການຈັດຕັ້ງປະຕິບັດວຽກງານ ເພື່ອເຮັດໃຫ້ 9 ເມືອງຂອງນະຄອນຫຼວງກາຍເປັນຕົວແບບໃນການມອບວຽກງານການຂຶ້ນທະບຽນອອກໃບຕາດິນເປັນລະບົບຕາມກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ປີ 2019.
.
# ຮູບ & ຂ່າວ: ຂັນທະວີ