ອາຈານ​ວັດ​ນາກ​ໃຫຍ່​ ມອບ​​ເຄື່ອງ​ຊ່ວຍ​ໃຫ້​ປະຊາຊົນ​ບ້ານ​ຜາງ​ແຫ້ງ

    ວັນທີ 29 ສິງຫາ 2021 ພະອາຈານ ບຸນຍາດ ຄໍາພູ ປະຈໍາວັດນາກໃຫຍ່ ເມືອງສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ພ້ອມດ້ວຍຜູ້ໃຈບຸນ ໄດ້ສືບຕໍ່ນໍາເອົາເຄື່ອງບໍລິໂພກໄປຊ່ວຍເຫຼືອປະຊາຊົນບ້ານຜາງແຫ້ງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ 101 ຄອບຄົວທີ່ມີຄວາມຫຍຸ້ງຍາກໃນການດໍາລົງຊີວິດປະຈໍາວັນ ໄລຍະທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຊິ່ງເຄື່ອງດັ່ງກ່າວທີ່ນໍາໄປມອບຄັ້ງນີ້ ແມ່ນໄດ້ຈາກການປະກອບສ່ວນຂອງບຸກຄົນຕ່າງໆ ເປັນຕົ້ນ ທ່ານ ທະວີສຸກ ນາງ ເກດແກ້ວ ສີສຸລິດ ທ່ານ ສຸຂີ ທ່ານ ຂັນຕິສັກ ແລະ ນາງ ໂຄຕາມີ ສີສຸກ.  

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!