ວັນທີ 27 ສິງຫາ 2021 ຄະນະຊ່ວຍວຽກທ່ານນາຍົກລັດຖະມົນຕີ ນຳພາໂດຍທ່ານ ຈັນທະບູນ ລັດຕະນະວົງ ປະທານຜູ້ຊ່ວຍວຽກທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມເພື່ອຊຸກຍູ້ສົ່ງເສີມພາກທຸລະກິດ ແລະ ເບິ່ງຄວາມຄືບໜ້າການພັດທະນາໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກພາກ ໂດຍສະເພາະໂຄງການພັດທະນາທ່າບົກທ່ານາແລ້ງຂອງບໍລິສັດ ວຽງຈັນໂລຈິສຕິກພາກ ຈຳກັດ ທີ່ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຕ້ອນຮັບໂດຍທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຈິສຕິກພາກ ຈຳກັດ ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການໃຫຍ່ທ່າບົກທ່ານາແລ້ງ ພ້ອມດ້ວຍຄະນະບໍລິຫານຫຼັກແຫຼ່ງຂອງບໍລິສັດ ວຽງຈັນໂລຈິສຕິກພາກ ຈໍາກັດ.
ໂອກາດລົງມາຢ້ຽມຢາມໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນຄັ້ງນີ້ ທ່ານ ຈັນທະບູນ ລັດຕະນະວົງ ພ້ອມດ້ວຍຄະນະ ກໍຄືບັນດາຮອງລັດຖະມົນຕີ ຫ້ອງການກ່ຽວຂ້ອງ ແລະ ພາກທຸລະກິດທີ່ຖືກແຕ່ງຕັ້ງໃຫ້ເປັນຄະນະຊ່ວຍວຽກລັດຖະມົນຕີທີ່ຕິດຕາມມານຳ ໄດ້ຮັບຟັງລາຍງານສະພາບຄວາມເປັນມາ ແລະ ການລົງທຶນພັດທະນາໂຄງການຂອງບໍລິສັດ ເຊິ່ງໂຄງການດັ່ງກ່າວ ເປັນໂຄງການໃຫຍ່ມີມູນຄ່າການລົງທຶນສູງຫຼາຍ 100 ລ້ານໂດລາສະຫະລັດ ທີ່ນັກທຸລະກິດພາຍໃນເຫັນໄດ້ອະນາຄົດໃນການພັດທະນາປະເທດຊາດເຮົາໃຫ້ຈະເລີນຮຸ່ງເຮືອງສີວິໄລ ຈຶ່ງໄດ້ມີຄວາມຕັດສິນໃຈສູງ ໃນການພັດທະນາໂຄງການນີ້ຂຶ້ນມາ ເນື່ອງຈາກປະເທດລາວເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ໂຄງການນີ້ ຈະເປັນໂຄງການໜຶ່ງໃນການພັດທະນາເສດຖະກິດຂອງລາວໃນອະນາຄົດ ເນື່ອງຈາກທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກພາກເປັນຈຸດບໍລິການການຂົນສົ່ງເຊື່ອມຕໍ່ລະຫວ່າງປະເທດໃນພາກພື້ນ ແລະ ສາກົນ ຈະເປັນໂຄງການຕົວແບບໃນອະນາຄົດ ທີ່ຈະສ້າງລາຍຮັບໃຫ້ບໍລິສັດ ແລະ ລັດຖະບານ ທີ່ໄດ້ຈາກລາຍຮັບກິດຈະການອ້ອມຂ້າງ ປັດຈຸບັນບໍລິສັດກຳລັງເລັ່ງກໍ່ສ້າງພື້ນຖານໂຄງລ່າງເພື່ອຮອງຮັບການພັດທະນາໂຄງການຕໍ່ໄປ ເປັນຕົ້ນ ກໍ່ສ້າງເສັ້ນທາງ ລະບົບລະບາຍນໍ້າ ເດີ່ນຈອດລົດ ປະຕູໂຂງ ອາຄານສໍານັກງານ ລະບົບສາງ ແລະ ອື່ນໆທີ່ເປັນສິ່ງອຳນວຍຄວາມສະດວກດ້ານຕ່າງໆໃນການດຳເນີນໂຄງການ ແມ່ນມີຄວາມຄືບໜ້າໄວ ມາຮອດປັດຈຸບັນ ໜ້າວຽກສຳເລັດຫຼາຍກວ່າ 80% ແລະ ຈະສຳເລັດພ້ອມເປີດນຳໃຊ້ຢ່າງເປັນທາງການພາຍໃນເດືອນພະຈິກ 2021 ນີ້.

# ຂ່າວ & ພາບ : ສົມສະຫວັນ