ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ລົງຢ້ຽມຢາມບໍ່ຄຳ-ທອງເຊໂປນ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (ລຊມລ) ແລະ ເມືອງວິລະບູລີ ເພື່ອຊຸກຍູ້ວຽກງານປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ວັນທີ 26 ສິງຫາ 2021 ໂດຍໄດ້ລົງກວດກາຄລີນິກພາກສະໜາມ ເພື່ອຕິດຕາມການກວດຫາເຊື້ອພະຍາດໂຄວິດ-19 ສູນຈຳກັດບໍລິເວນ ແລະ ສູນແຍກປ່ຽວ ການຄົ້ນຫາຜູ້ສຳຜັດໃກ້ຊິດ ແລະ ມາດຕະການປ້ອງກັນອື່ນໆ.

ໃນອາທິດຜ່ານມາ ລຊມລ ໄດ້ລາຍງານກໍລະນີຕິດເຊື້ອໂຄວິດ-19 ຈໍານວນ 7 ຄົນ ໃນນີ້ມີພະນັກງານບໍລິສັດຜູ້ຮັບເໝົາ 5 ກໍລະນີ ພະນັກງານຂອງ ລຊມລ 2 ກໍລະນີ ເຊິ່ງທັງໝົດໄດ້ເຂົ້າຮັບການປິ່ນປົວຢູ່ສູນປິ່ນປົວຂອງແຂວງສະຫວັນນະເຂດ ແລະ ພວກກ່ຽວແມ່ນມີອາການປົກກະຕິ ໃນຂະນະທີ່ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນຢູ່ແຂວງສະຫວັນນະເຂດ (ທັງເປັນທີ່ຕັ້ງຂອງບໍ່ຄຳ-ທອງເຊໂປນ) ແລະ ທົ່ວປະເທດ ລຊມລ ໄດ້ຈັດຕັ້ງປະຕິບັດມາດຕະການປ້ອງກັນການລະບາດຂອງພະຍາດດັ່ງກ່າວຢູ່ພາກສະໜາມຢ່າງເຄັ່ງຄັດ ລວມທັງການກວດຫາເຊື້ອແບບໄວແອັນຕີເຈນ ສຳລັບພະນັກງານ ແລະ ຜູ້ຮັບເໝົາທຸກຄົນ ກ່ອນທີ່ຈະເດີນທາງເຂົ້າສະໜາມ ນອກນີ້ບໍລິສັດຍັງສາມາດສັກວັກຊີນໃຫ້ພະນັກງານ ແລະ ຜູ້ຮັບເໝົາຫຼາຍກວ່າ 99% ໃນຈຳນວນ 5.000 ຄົນ ທີມງານຂອງບໍລິສັດໄດ້ເລັ່ງຂະບວນການປ້ອງກັນ ແລະ ຄວບຄຸມການລະບາດຄັ້ງນີ້ຢ່າງວ່ອງໄວ ແລະ ໄດ້ຕັ້ງໜ້າເຮັດວຽກຮ່ວມກັບອຳນາດການປົກຄອງເມືອງ ແລະ ແຂວງ ເພື່ອກວດຄົ້ນຫາຜູ້ສຳຜັດໃກ້ຊິດ ກວດຫາເຊື້ອ ແລະ ແຍກປ່ຽວກໍລະນີສ່ຽງ ກໍຄືຄວບຄຸມບໍ່ໃຫ້ມີການແຜ່ເຊື້ອໄປໃນວົງກວ້າງ.

ວັນທີ 24 ສິງຫາ 2021 ພວກເຮົາໄດ້ກວດຫາເຊື້ອພະຍາດໂຄວິດ-19 ແບບໄວ ໃຫ້ພະນັກງານ ແລະ ຜູ້ຮັບເໝົາ ຫຼາຍກວ່າ 3.300 ຄົນ ໃນນີ້ເກືອບ 2.000 ຄົນ ທີ່ກວດໃນມື້ນີ້ໄດ້ຮັບຜົນກວດເປັນລົບ (ບໍ່ຕິດເຊື້ອ) ພວກເຮົາແນໃສ່ກວດເຊື້ອແບບໄວ ໃຫ້ແຮງງານໄດ້ຄົບທຸກຄົນພາຍໃນວັນ 29 ສິງຫາ 2021 ເຊິ່ງມາຮອດປັດຈຸບັນ ພວກເຮົາມີ 15 ກໍລະນີທີ່ໄດ້ຮັບຜົນກວດເຊື້ອແບບໄວແອັນຕີເຈນເປັນບວກ ແລະ ຍັງຖ້າການຢັ້ງຢືນຈາກຜົນກວດເຊື້ອແບບ PCR ພວກເຮົາຈະສືບຕໍ່ກວດຫາເຊື້ອ ແລະ ຄົ້ນຫາຜູ້ສຳຜັດໃກ້ຊິດ ເພື່ອຮັບປະກັນຄວາມປອດໄພຂອງແຮງງານ ແລະ ຊຸມຊົນຂອງພວກເຮົາ ວັນທີ 27 ສິງຫາ 2021 ລຊມລ ໄດ້ມອບຊຸດກວດຫາເຊື້ອແບບໄວແອນຕີເຈັນ ໃຫ້ໂຮງໝໍເມືອງວິລະບູລີ ແລະ ຈະສືບຕໍ່ສະໜັບສະໜູນຊຸມຊົນໃນການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ບໍລິສັດມີມາດຕະການປ້ອງກັນພະຍາດດັ່ງກ່າວຢ່າງເຄັ່ງຄັດ ແລະ ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບຜູ້ມີສ່ວນຮ່ວມທຸກຂັ້ນ ເພື່ອຮັບປະກັນຄວາມປອດໄພຂອງພະນັກງານ ຜູ້ຮັບເໝົາ ແລະ ຊຸມຊົນອ້ອມຂ້າງບໍ່ຄຳ-ທອງເຊໂປນ.

# ຂ່າວ & ຮູບ : ສະບາໄພ