ແນະນໍາລົດໄຟຟ້າ Jaguar I-PACE ເປັນທາງການ ໃນ ສປປ ລາວ

    ບໍລິສັດ ຈາກົວ ແລນໂຣເວີ ລາວ ແນະນໍາລົດໄຟຟ້າ Jaguar I-PACE ເປັນທາງການໃນ ສປປ ລາວ ເຊິ່ງເປັນການແນະນໍາລົດຫຼູທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າຍີ່ຫໍ້ທີ່ເປັນທາງການຄັ້ງທໍາອິດ ທີ່ມາພ້ອມກັບແນວຄິດແບບໃໝ່ ກັບບາດກ້າວແຫ່ງຍານພາຫະນະທີ່ຈະປ່ຽນແນວຄວາມຄິດໃໝ່ໃນບາດກ້າວຕໍ່ໄປຂອງທຸລະກິດທີ່ມີຄວາມເປັນເອກະລັກ ໂດຍສະເພາະ 2 ຍີ່ຫໍ້ທີ່ມີເອກະລັກສະເພາະ ຄື: ຈາກົວ ແລະ ແລນໂຣເວີ້.

    ພິທີແນະລົດໄຟຟ້າດັ່ງກ່າວ ຈັດຂຶ້ນວັນທີ 28 ສິງຫາ 2021 ຢູ່ຫໍປະຊຸມແຫ່ງຊາດ ໂດຍມີທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ John Pearson ເອກອັກຄະລັດຖະທູດອັງກິດ ປະຈໍາລາວ ທ່ານ Wayne MacIntosh ອຳນວຍການຜູ້ບໍລິການທຸລະກິດລົດຍົນຂອງກຸ່ມບໍລິສັດ RMA ທ່ານ Biju Narayanan ຜູ້ຈັດການທົ່ວໄປ ບໍລິສັດ ຈາກົວ ແລນໂຣເວີ ລາວ ພ້ອມດ້ວຍແຂກຖືກເຊີນ ແລະ ບັນດາລູກຄ້າ ເຂົ້າຮ່ວມ.

    ຈາກົວ ແລນໂຣເວີ ລາວ ມີຄວາມພ້ອມແລ້ວ ໂດຍສະເພາະໂຄງລ່າງພື້ນຖານ ແລະ ຄວາມສາມາດດ້ານບຸຄະລາກອນສໍາລັບລົດໄຟຟ້າແຫ່ງອະນາຄົດ ຍຸດທະສາດຂອງພວກເຮົາ ຖືກອອກແບບມາເພື່ອສົ່ງເສີມ ຈາກົວ ແລນໂຣເວີ ໃນການປ່ຽນແນວຄວາມຄິດໃໝ່ຕໍ່ອະນາຄົດ ເຊັ່ນ: ການປ່ຽນແນວຄວາມຄິດໃໝ່ຂອງພາຫະນະທີ່ຫຼູຫຼາ ແລະ ທັນສະໄໝໃຫ້ຍືນຍົງ ມອບປະສົບການໃນການຊຶື້ຂອງລູກຄ້າໃຫ້ເປັນເອກະລັກ ແລະ ເປັນຜົນກະທົບທາງບວກຕໍ່ສັງຄົມ ລົດຈາກົວ ແລະ ແລນໂຣເວີ ທຸກຮຸ່ນ ຈະມາໃນຮູບແບບພະ ລັງງານສະອາດໃນທ້າຍທົດສະວັດນີ້ ເຊິ່ງລົດໄຟຟ້າຄັນທໍາອິດຂອງແລນໂຣເວີ ຈະມາປີ 2024 ໂດຍມີເປົ້າໝາຍເພື່ອບັນລຸການເຊົາປ່ອຍອາຍກາສຄາບອນຜ່ານທໍ່ໄອເສຍ ໃນປີ 2036 ແລະ ບັນລຸການເຊົາປ່ອຍອາຍກາສຄາບອນໃນທຸກລະບົບຂອງການຜະລິດ ແລະ ການປະຕິບັດ ໃນປີ 2039.

    ໃນຂະນະທີ່ບໍລິສັດອື່ນ ກໍາລັງເວົາເຖິງອະນາຄົດ ພວກເຮົາກໍໄດ້ສ້າງມັນຂຶ້ນມາ ໂດຍຄິດແບບນອກກອບອອກຈາກທຸກຂໍ້ກໍານົດ ເພື່ອສ້າງສະມາຊິກໃໝ່ຂອງຕະກູນ PACE ຄື: ລົດໄຟຟ້າ Jaguar I-PACE ເຊິ່ງປາສະຈາກການປ່ອຍອາຍພິດ ອາຍກາສຄາບອນ ແລະ ມົນລະພິດ ຜ່ານທໍ່ໄອເສຍ ລົດໄຟຟ້າ Jaguar I-PACE ແມ່ນລົດທີ່ນັກຂັບຂີ່ກໍາລັງລໍຖ້າ ດ້ວຍພະລັງງານສະອາດ ແລະ ລະບົບອັດສະລິຍະ Jaguar I-PACE ສາມາດຕອບສະໜອງດ້ານທ່າແຮງບົ່ມຊ້ອນຂອງລົດ Sport ແບບຍືນຍົງ ທີ່ມີການນໍາໃຊ້ເຕັກໂນໂລຊີແບບປັນຍາປະດິດຂຶ້ນມາປະກອບສ່ວນ ເພື່ອເຮັດໃຫ້ Jaguar ຢູ່ລະດັບແຖວໜ້າຂອງການການປະຕິວັດລົດໄຟຟ້າ ໃນຕໍ່ໜ້າ ປໍ້ານໍ້າມັນຈະເປັນພຽງອາດີດສໍາລັບລູກຄ້າຂອງ I-PACE ພຽງແຕ່ສາກຂ້າມຄືນ ກໍຈະມີພະລັງງານເຕັມຖັງ ແລະ ສາມາດຂັບຂີ່ໄດ້ 470 ກິໂລແມັດ 15 ນາທີໃນການສາກແບບ DC (100 kw) ແບບສາກໄວ ຂັບຂີ່ໄດ້ 100 ກິໂລແມັດ 40 ນາທີສາກໄດ້ເຖິງ 80% ໃນການສາກແບບ DC (100 kw) ແບບສາກໄວ ທີ່ສໍາຄັນ ບໍລິສັດ ຈາກົວ ແລນໂຣເວີ ລາວ ຈໍາກັດ ຍັງຮັບປະກັນແບັດເຕີຣີ 8 ປີ ຫຼື 160.000 ກິໂລແມັດ ນອກນີ້ ຍັງຮັບປະກັນຕົວລົດ 5 ປີ ແລະ ບໍ່ເສຍຄ່າບໍາລຸງຮັກສາ 8 ປີ ການສາກໄຟເຕັມຖັງ ຈ່າຍພຽງ 95.000 ກີບ (ອີງຕາມການໃຊ້ໄຟໃນຄົວເຮືອນຕົວຈິງ) ຈ່າຍຄ່າໄຟພຽງ 9.500 ກີບ ສາມາດຂັບຂີ່ໄດ້ເຖິງ 45 ກິໂລແມັດ.

    ນັບແຕ່ແນະນໍາຄັ້ງທຳອິດ ລົດໄຟຟ້າ I-Pace ໄດ້ຮັບລາງວັນລະດັບໂລກຫຼາຍກວ່າ 80 ລາງວັນ ລວມທັງລາງວັນລົດລະດັບໂລກປະຈຳປີ ລາງວັນການອອກແບບລົດລະດັບໂລກປະຈຳປີ ແລະ ລົດສີຂຽວລະດັບໂລກປະຈຳປີ.

    ການແນະນໍາລົດ I-Pace ຄັ້ງນີ້ Jaguar Land Rover ມີລົດແບບ mild-hybrid ແບບ plug-in hybrid ແລະ ລົດໄຟຟ້າແບບໃຊ້ແບັດເຕີຣີໃນກຸ່ມຜະລິດຕະພັນ ເພື່ອສ້າງແນວຄວາມຄິດແບບໃໝ່ໃນອະນາຄົດ ແລະ ເພື່ອບັນລຸເປົ້າໝາຍໃນການປ່ອຍທໍ່ໄອເສຍໃຫ້ເປັນ 0 ພາຍໃນປີ 2036 ຈາກົວ ແລນໂລເວີ ລາວ ໄດ້ມີການລົງທຶນຢ່າງຫຼວງຫຼາຍດ້ານພື້ນຖານໂຄງລ່າງ ການເຝິກອົບຮົມດ້ານລະບົບ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຄວາມສະດວກສະບາຍແກ່ລູກຄ້າ ໃຫ້ບໍລິການດ້ານການຂາຍ ແລະ ຈຸດສາກ ເຊັ່ນ: ນະຄອນຫຼວງວຽງຈັນ ສະຫວັນນະເຂດ ຈໍາປາສັກ ແລະ ຫຼວງພະບາງ ນອກນີ້ ຍັງມີແຜນໃຫ້ບໍລິການຕາມຕົວເມືອງໃຫຍ່ຕ່າງໆ ເພື່ອໃຫ້ງ່າຍໃນການເຂົ້າເຖິງ ຈາກົວ ແລນໂລເວີ ລາວ ມີຄວາມພູມໃຈທີ່ຈະກ່າວວ່າພວກເຮົາ ຄືຜູ້ນຳດ້ານລົດຫຼຸໃນລາວ

# ຂ່າວ & ຮູບ : ສະບາໄພ

error: Content is protected !!