ໂຮງງານຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ບັນລຸຂີດໝາຍການຜະລິດອັນສໍາຄັນ

    ໃນຕົ້ນເດືອນສິງຫາ 2021 ໂຮງງານຂຸດຄົ້ນ-ປຸງແຕ່ງຄໍາ-ເງິນ ບ້ານຫ້ວຍຊາຍ ຜະລິດຄໍາຄົບ 1 ລ້ານອອນສ໌ ເຊິ່ງແມ່ນຜົນສໍາເລັດ ແລະ ຂີດໝາຍອັນພົ້ນເດັ່ນສໍາລັບໂຮງງານ ແລະ ບໍລິສັດ.

    ການກໍ່ສ້າງໂຮງງານ ເລີ່ມໃນຕົ້ນປີ 2010 ໂດຍມີການຜະລິດຄໍາ-ເງິນແທ່ງປະສົມ ໃນເດືອນເມສາ 2012 ນັບແຕ່ການຜະລິດເລີ່ມຕົ້ນ ໂຮງງານໄດ້ຜະລິດຄໍາ ສະເລ່ຍ 107.000 ອອນສ໌ຕໍ່ປີ ປີ 2013 ໂຮງງານບ້ານຫ້ວຍຊາຍ ໄດ້ຮັບລາງວັນ “ການພັດທະນາໂຄງການດີເດັ່ນປະຈໍາປີ” ຢູ່ໃນງານມອບລາງວັນບໍ່ແຮ່ ແລະ ວຽກງານຂຸດຄົ້ນເງິນອາຊີ ເປັນການຮັບຮູ້ການພັດທະນາໂຄງການພົ້ນເດັ່ນສໍາລັບການພັດທະນາ ແລະ ການກໍ່ສ້າງໂຮງງານ.

    ທ່ານ ເວີນ ຟູ ຫວາງ ຜູ້ອໍານວຍການໃຫຍ່ບໍລິສັດ ພູເບ້ຍ ມາຍນິງ ກ່າວວ່າ: ຄວາມເປັນເລີດດ້ານການຜະລິດຂອງໂຮງງານບ້ານຫ້ວຍຊາຍ ແມ່ນຢັ້ງຢືນດ້ວຍຜົນດ້ານຄວາມປອດໄພລະດັບໂລກ ເຊິ່ງເຫັນຊັດເຈນໃນ 1.000 ວັນ ທີ່ປາສະຈາກການບາດເຈັບ ໂດຍມີການບັນທຶກເລີ່ມແຕ່ປີ 2018 ໃນປີ 2013 ພະແນກສ້ອມແປງກົນຈັກ ແລະ ສາງເກັບເຄື່ອງຂອງໂຮງງານບ້ານຫ້ວຍຊາຍ ຖືກຈັດລໍາດັບ 5 ດາວ ດ້ານມາດຕະຖານການຄຸ້ມຄອງສານຕົກຄ້າງ ຂອງແຄດເທີພີລາ ໃນເວລານັ້ນ ໂຮງງານແມ່ນ 1 ໃນ 6 ໂຮງງານທົ່ວໂລກທີ່ໄດ້ຮັບມາດຕະຖານດັ່ງກ່າວ ແລະ ເປັນຄັ້ງທໍາອິດໃນປະເທດກໍາລັງພັດທະນາ. ແຕ່ລະປີ ໂຮງງານໄດ້ຮັກສາມາດຕະຖານສູງສຸດນີ້ ເຊິ່ງໄດ້ເປັນຕົວແທນຄວາມເປັນເລີດດ້ານການດໍາເນີນງານ ໂຮງງານບ້ານຫ້ວຍຊາຍໄດ້ຮັບການຢັ້ງຢືນກ່ອນການດໍາເນີນງານຈາກສະຖາບັນຄຸ້ມຄອງສານໄຊຍະໄນສາກົນ ໃນປີ 2012 ແລະ ໄດ້ຮັກສາການປະຕິບັດຕາມການຄຸ້ມຄອງສານໄຊຍະໄນທົ່ວເຂດດໍາເນີນງານ ເຊິ່ງຕົນຂໍຂອບໃຈທຸກຄົນຜູ້ທີ່ປະກອບສ່ວນ ແລະ ໄດ້ເຮັດວຽກ ຫຼືສະໜັບສະໜູນໂຮງງານບ້ານຫ້ວຍຊາຍ ຂີດໝາຍນີ້ບໍ່ສາມາດບັນລຸໄດ້ ຖ້າປາສະຈາກການເຮັດວຽກຢ່າງໜັກ ແລະ ຕັ້ງໃຈຂອງພະນັກງານ ຕົນຄາດຫວັງໃຫ້ໂຮງງານມີຜົນສໍາເລັດທີ່ດີຍິ່ງຂຶ້ນ.

    ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ ກ່າວວ່າ: ການຜະລິດຢູ່ໂຮງງານບ້ານຫ້ວຍຊາຍ ມີອະນາຄົດສົດໃສ ແລະ ຈະສືບຕໍ່ສະໜັບສະໜູນລັດຖະບານ ແລະ ປະຊາຊົນລາວ ບໍລິສັດ ພູເບ້ຍ ມາຍນິງ ຮັບຮູ້ວ່າບໍລິສັດມີບົດບາດສໍາຄັນເພື່ອຊ່ວຍສ້າງຄວາມເຂັ້ມແຂງ ແລະ ການຂະຫຍາຍຕົວຂອງເສດຖະກິດລາວ ການປະກອບສ່ວນຕໍ່ເສດຖະກິດຜ່ານລາຍຮັບຈາກການຜະລິດ ແລະ ການຂາຍທອງ ຄໍາ ແລະ ເງິນ ທີ່ຜະລິດຢູ່ເຂດດໍາເນີນງານຂອງບໍລິສັດ ແມ່ນສໍາຄັນ ມັນສະແດງອອກດ້ວຍການສະໜັບສະໜູນຂອງລັດຖະບານລາວ ບໍລິສັດ ພູເບ້ຍ ມາຍນິງ ມຸ່ງໝັ້ນສືບຕໍ່ດໍາເນີນງານໃນປະເທດໃນໄລຍະຍາວນານ.

# ຂ່າວ & ຮູບ : ສະບາໄພ

error: Content is protected !!