ຮອງປະທານ ສພຊ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊຍະບູລີ

     ວັນທີ 30 ສິງຫາ 2021 ທ່ານ ພົນໂທ ສຸວອນ ເລືອງບຸນມີ  ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍທ່ານ ຄຳສິງ ໄຊສົມແພງ ຮອງປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ທ່ານ ພົນຈັດຕະວາ ສົມວັນ ທໍາມາໄຊ ຮອງປະທານກຳມາທິການກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທ່ານ ແກ້ວຈະເລີນ ເຊ່ຍຍິ້ງຢ່າງ ຮອງປະທານກໍາມາທິການບັນດາເຜົ່າ ແລະ ຄະນະຕິດຕາມ ໄດ້ເຄື່ອນໄຫວເຮັດວຽກຢູ່ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໃຫ້ການຕ້ອນຮັບໂດຍທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ທ່ານ ເພັງນິລັນ ຄໍາພັນເພັງ ປະທານຄະນະສະມາຊິກ ສພຊ ປະຈຳເຂດເລືອກຕັ້ງທີ 7 ທັງເປັນປະທານສະພາປະຊາຊົນແຂວງໄຊຍະບູລີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ການເຄື່ອນໄຫວຢ້ຽມຢາມຄັ້ງນີ້ ທ່ານຮອງປະທານ ສພຊ ໄດ້ພົບປະ ແລະ ເຮັດວຽກກັບທ່ານ ພົງສະຫວັນ ສິດທະວົງ ແລະ ໄດ້ເຂົ້າຮ່ວມພິທີປະກາດການແຕ່ງຕັ້ງປະທານ-ຮອງປະທານຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໂດຍໃນພິທີ ໄດ້ມີການຜ່ານມະຕິຂອງຄະນະປະຈໍາ ສພຊ ວ່າດ້ວຍການສ້າງຕັ້ງກົງຈັກ ແລະ ແຕ່ງຕັ້ງບຸຄະລາກອນທີ່ຄະນະປະຈໍາ ສພຊ  ສ້າງຕັ້ງ ຈາກນັ້ນ ທ່ານ ຮອງປະທານສພຊ ໄດ້ມອບມະຕິດັ່ງກ່າວໃຫ້ປະທານ ແລະ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ໃຫ້ທ່ານ ເພັງນິລັນ ຄໍາພັນເພັງ ພ້ອມນັ້ນ ກໍໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບກົງຈັກສະພາປະຊາຊົນແຂວງໄຊຍະບູລີ ຮັບຟັງການເຄື່ອນໄຫວວຽກງານຂອງຄະນະສະມາຊິກ ສພຊ ຊຸດທີ VIII ແລະ ແຜນການເຄື່ອນໄຫວ 5 ປີ ແລະ ວຽກງານຈຸດສຸມປະຈໍາປີຂອງຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງ.

     ໃນຕອນທ້າຍ ທ່ານຮອງປະທານສະພາແຫ່ງຊາດໄດ້ມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຄະນະສະມາຊິກ ສພຊ ເອົາໃຈໃສ່ຍົກສູງເປັນເຈົ້າການໃນການຈັດຕັ້ງປະຕິບັດກົດໝາຍ ລັດຖະທຳມະນູນ ໃຫ້ເຂັ້ມງວດ ສ້າງຄວາມເຂົ້າໃຈໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ ເຂົ້າໃຈກົດໝາຍ ແລະ ລັດຖະທຳມະນູນຢ່າງເລິກເຊິ່ງຍິ່ງຂຶ້ນ ຮຽກຮ້ອງໃຫ້ທຸກພາກສ່ວນເຮັດໜ້າທີ່ຕາມພາລະບົດບາດຂອງຕົນດ້ວຍຄວາມເອົາໃຈໃສ່ ມີຄວາມຮັບຜິດຊອບ ແລະ ມີຄວາມຖືກຕ້ອງຍຸຕິທຳ ກ້າຄິດ ແລະ ເສຍສະຫຼະຜົນປະໂຫຍດສ່ວນໂຕ ເພື່ອສ່ວນລວມ ເພື່ອເປັນແບບຢ່າງນໍາໜ້າໃນຖັນແຖວຂອງຕົນໃຫ້ດີຂຶ້ນ. 

    ໃນໂອກາດດຽວກັນ ທ່ານຮອງປະທານກໍາມາທິການ ສພຊ ທັງສາມທ່ານ ຍັງໄດ້ເຂົ້າພົບປະເຮັດວຽກກັບຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ຄະນະກໍາມະການຍຸຕິທໍາ ແລະ ຄະນະກໍາມະການ ປກຊ-ປກສ ແລະ ຄະນະສະມາຊິກສະພາແຫ່ງຊາດປະຈໍເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ.

    ພ້ອມນັ້ນ ຕອນບ່າຍຂອງວັນດຽວກັນ ຄະນະທ່ານຮອງປະທານ ສພຊ ພ້ອມດ້ວຍຄະນະສະພາປະຊາຊົນແຂວງໄຊຍະບູລີ ໄດ້ສືບຕໍ່ລົງພົບປະເຮັດວຽກຮ່ວມກັບກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອພົບປະໂອ້ລົມ ແລະ ຊຸກຍູ້ໃຫ້ກໍາລັງໃຈກຳລັງດັ່ງກ່າວຕື່ມອີກ.

# ຮູບ & ຂ່າວ: ລັດເວລາ

error: Content is protected !!