ໃຫ້ຄວາມຮູ້ກ່ຽວກັບວຽກງານຮັບມືກັບໄພພິບັດ

    ລະຫວ່າງວັນທີ 24–27 ສິງຫາ 2021 ອົງການກາແດງລາວ ຈັດເຝິກອົມຮົມກ່ຽວກັບການຄຸ້ມຄອງຄວາມສ່ຽງໄພພິບັດ ໂດຍມີທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວທ່ານ ນາງ ວັນເພັງ ໄຊສົງຄາມ ຫົວໜ້າອົງການກາແດງແຂວງບໍລິຄຳໄຊ ພ້ອມດ້ວຍພະນັກງານວິຊາການພະແນກການອອ້ມຂ້າງທີ່ກ່ຽວຂ້ອງເຂົ້າຮ່ວມ 25 ທ່ານ ຍິງ 4 ທ່ານ.

    ການເຝິກອົບຮົມຄັ້ງນີ້ ເພື່ອແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານກາແດງແຂວງ ໃນການຮັບມືກັບໄພພິບັດໄດ້ຢ່າງປອດໄພ ມີປະສິດທິພາບ ທັນເຫດການ ຮຽນຮູ້ວຽກງານກາແດງ ການຄຸ້ມຄອງໄພພິບັດ ຄວາມສ່ຽງທີ່ເກີດຈາກໄພທຳມະຊາດ ແລະ ມະນຸດສ້າງຂຶ້ນ ການປະເມີນ ແລະ ຄວາມຕ້ອງການພາຍຫຼັງເກີດໄພພິບັດ ຄວາມຮູ້ພື້ນຖານໃນການປ້ອງກັນອັກຄີໄພ ການແລກປ່ຽນຂໍ້ມູນຂ່າວສານ ເພື່ອຮ່ວມມືກັບພາກສ່ວນຕ່າງໆ ເພື່ອໃຫ້ມີການກຳນົດແຜນການ ມາດຕະການ ເພື່ອສະກັດກັ້ນ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ.

    ນອກນັ້ນ ນັກສຳມະນາກອນຍັງໄດ້ຈຳລອງເຫດການໃນການເຝິກຊ້ອມຮັບມືກັບເຫດການອັກຄີໄພໄຟໄໝ້ ແລະ ເຫດການສຸກເສີນນຳອີກ.

.

# ຮູບ & ຂ່າວ: ບຸນມີ

error: Content is protected !!