ຍົກລະດັບຄວາມຮູ້ທິດສະດີການເມືອງ ແລະ ການປົກຄອງໄລຍະສັ້ນໃຫ້ພະນັກງານຫຼັກແຫຼ່ງ ລລທ

    ຊຸດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງຕາມຫົວຂໍ້ສະເພາະ ຜູ້ບໍລິຫານບໍລິສັດລາວໂທລະຄົມ ມະຫາຊົນ (ລລທ) ໄລຍະສັ້ນຊຸດທີ II ຈັດຂຶ້ນວັນທີ 30 ສິງຫາ ຫາ ວັນທີ 10 ກັນຍາ 2021 ທີ່ສໍານັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ເປັນປະທານຂອງ ສະຫາຍ ສຸພົນ ຈັນທະວີໄຊ ເລຂາຄະນະພັກຮານຖານ ຜູ້ອໍານວຍການໃຫ່ຍ ບໍລິສັດ ລາວ ໂທລະຄົມມະຄົມ ມະຫາຊົນ ມີສະຫາຍ ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ)  ແລະ ສະຫາຍ ສະໝຸດທອງ ສົມພານິດ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ພ້ອມດ້ວຍຄະນະພັກຮາກຖານ ຄະນະໜ່ວຍພັກ ພະນັກງານຫຼັກແຫຼ່ງ ລລທ ສູນກາງ ສາຂາແຂວງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທິມງານຈາກ ສມປຊ ເຂົ້າຮ່ວມຢ່ງພ້ອມພຽງ. 

    ການເປີດຮຽນຊຸດນີ້ ແມ່ນຄວາມຕັດສິນໃຈສູງຂອງຄະນະພັກ-ຄະນະອໍານວຍການບໍລິສັດ ໃຕ້ການນໍາພາຊີ້ນໍາຈາກຄະນະພັກ-ຄະນະນໍາກະຊວງ ຕສ ເພື່ອແນໃສ່ສ້າງໃຫ້ໄດ້ຖັນແຖວພະນັກງານນໍາພາຫຼັກແຫຼ່ງທີ່ດີ ທີ່ເກັ່ງ ມີຄວາມພຽບພ້ອມໄປດ້ວຍຄຸນທາດການເມືອງໝັກແໝ້ນ ຄຸນສົມບັດສິນທໍາປະຕິວັດ ເພື່ອຂັບເຄື່ອນວຽກງານຮອບດ້ານຂອງບໍລິສັດ ລລທ ໄປເຖິງຈຸດທີ່ໝາຍທີ່ພັກ-ລັດເຮົາໄດ້ກໍານົດໄວ້ ເຊິ່ງການເປີດເຝິກອົບຮົມຊຸດນີ້ ມີສໍາມະນາກອນເຂົ້າຮ່ວມທັງໝົດ 45 ສະຫາຍ ຍິງ 13 ສະຫາຍ ໃນນັ້ນ ລລທ ສູນກາງ 23 ສະຫາຍ ຍິງ 4 ສະຫາຍ ລລທ ສາຂາແຂວງ 13 ສະຫາຍ ຍິງ 2 ສະຫາຍ ແລະ ຈາກກະຊວງ ຕສ 9 ສະຫາຍ ຍິງ 7 ສະຫາຍ ລ້ວນແລ້ວແຕ່ແມ່ນພະນັກງານນໍາພາຄຸ້ມຄອງຜູ້ບໍລິຫານຂອງ ລລທ ຂັ້ນສູນກາງ ສາຂາແຂວງ ພະນັກງານຫຼັກແຫຼ່ງ ກະຊວງ ຕສ ແລະ ການເອົາບັນດາສໍາມະນາກອນເຂົ້າຮຽນຊຸດນີ້ ແມ່ນຜ່ານການຄັດເລືອກຂອງຄະນະພັກ-ຄະນະອໍານວຍການຂອງ ລລທ ແລະ ກະຊວງ ຕສ ໂດຍເລືອກເອົາພະນັກງານທີ່ເປັນຫົວຈັກຫຼັກແຫຼ່ງ ເປັນແກ່ນສານໃນການນໍາພາ-ຄຸ້ມຄອງ ຮັບປະກັນດ້ານຄຸນທາດການເມືອງໃຫ້ມີຄວາມໜັກແໜ້ນ ເພີ່ມຄວາມຮູ້ທາງດ້ານທິດສະດີມາກ-ເລນິນ ແນວຄິດໄກສອນພົມວິຫານ ແນວທາງນະໂຍບາຍຂອງພັກ ແລະ ລັດໃຫ້ເລິກເຊິ່ງ ສາມາດວາງແຜນການຈັດຕັ້ງນໍາພາການປະຕິບັດແຜນການທີ່ແຕ່ລະໝ່ວຍງານວາງອອກໃຫ້ເປັນຮູບປະທໍາ ທັງມີປະສິດທິຜົນ ແລະ ປະສິດທິພາບສູງ ເພື່ອປະຕິບັດໃຫ້ໄດ້ຕາມແຜນພັດທະນາບຸຄະລາກອນ ການຂຶ້ນແຜນພະນັກງານສືບທອດປ່ຽນແທນຂອງບໍລິສັດໃນປີ 2021.

# ຮູບ & ຂ່າວ: ຂັນທະວີ

error: Content is protected !!