ຂະຫຍາຍການສົ່ງອອກໝາກໄມ້ໄທ ໂດຍເນັ້ນໃສ່ຊຸບເປີມາເກັດ ແລະ ຊ່ອງທາງອອນລາຍ

    ທ່ານ ຈຸລິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຄ້າໄທ ເລັ່ງຊຸກຍູ້ການສົ່ງອອກໝາກໄມ້ໄທໃນຕ່າງປະເທດ ເພື່ອຊ່ວຍເຫຼືອການກະເສດ ເຊິ່ງໄດ້ສັ່ງໃຫ້ກົມສົ່ງເສີມການຄ້າລະຫວ່າງປະເທດ ໂດຍສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ປະຈຳນະຄອນຫຼວງວຽງຈັນ ຈັດກິດຈະກຳໂຄງການສົ່ງເສີມຜູ້ປະກອບການສິນຄ້າອາຫານ ເຂົ້າ ໝາກໄມ້ ໃນ ສປປ ລາວ ຮ່ວມກັບຊຸບເປີມາເກັດ ລິມປິງ (Thai Food and Fruit Festival 2021) ຂຶ້ນວັນທີ 27-29 ສິງຫາ 2021 ໂດຍສຳນັກງານສົ່ງເສີມການຄ້າໃນຕ່າງປະເທດປະຈຳນະຄອນຫຼວງວຽງຈັນ ຮ່ວມກັບຊຸບເປີມາເກັດ ລິມປິງ ເຊິ່ງເປັນຊຸບເປີມາເກັດຂອງໄທ ທີ່ເຂົ້າມາລົງທຶນ ໃນ ສປປ ລາວ ໄດ້ຄັດສັນສິນຄ້າໄທ ເພື່ອຈັດກິດຈະກໍາສົ່ງເສີມການຂາຍຫຼາຍກວ່າ 30 ລາຍການ ໂດຍສະເພາະໝາກໄມ້ຕາມລະດູການ ເຊັ່ນ: ໝາກເງາະ ມັງຄຸດ ລຳໄຍ ຖົ່ວລຽນ ເຂົ້າ ແລະ ຄ້າອາຫານ ເພື່ອໃຫ້ຜູ້ບໍລິໂພກໃນ ສປປ ລາວ ແລະ ຄົນຕ່າງປະເທດທີ່ອາໃສຢູ່ນະຄອນຫຼວງວຽງຈັນ ໄດ້ຈັບຈ່າຍ ແລະ ບໍລິໂພກ.

    ພາຍໃນງານຄັ້ງນີ້ ຍັງມີກິດຈະກຳອື່ນໆທີ່ໜ້າສົນໃຈ ເປັນຕົ້ນ ກິດຈະກຳສາທິດການປຸງແຕ່ງອາຫານຈາກຮ້ານອາຫານໄທ ທີ່ໄດ້ຮັບກາສັນຍະລັກ Thai Select ເພື່ອເຜີຍແຜ່ເມນູອາຫານໄທທີ່ມີຄວາມສົດ ສະອາດ ແຊບ ແລະ ການຈັດ Workshop ຕ່າງໆ ເຊັ່ນ: ການຮ້ອຍພວງມະໄລ ການແກະສະຫຼັກ ການບໍລິການຮັບປຸງແຕ່ງອາຫານໃຫ້ໂດຍບໍ່ໄດ້ເສຍຄ່າເມື່ອຊື້ສິນຄ້າອາຫານສົດພາຍໃນງານ ນອກນີ້ຍັງໄດ້ເພີ່ມຮູບແບບການຈັດງານຜ່ານທາງອອນລາຍ ເພື່ອນຳສະເໜີສິນຄ້າ ແລະ ຂາຍສິນຄ້າ ຜ່ານຊ່ອງທາງອອນລາຍ ເພື່ອໃຫ້ເຂົ້າເຖິງກຸ່ມຜູ້ບໍລິໂພກທີ່ຫຼວງຫຼາຍຂຶ້ນ

    ງານ Thai Food and Fruit 2021 ຈັດຂຶ້ນຢ່າງຕໍ່ເນື່ອງເປັນປີທີ 2 ເພື່ອຕອບສະໜອງຕໍ່ນະໂຍບາຍຂອງທ່ານ ຈຸລິນ ລັກສະນະວິສິດ ທີ່ຕ້ອງການໃຫ້ທູດການຄ້າ ໃນຖານະຕົວແທນການຄ້າຂອງປະເທດ ຈັບຄູ່ທຸລະກິດກັບຕົວແທນການຄ້າຂອງແຂວງ ໂດຍຄັດເລືອກສິນຄ້າໃນທ້ອງຖິ່ນ ຜ່ານການຈັດງານ In-Store Promotion ເຊິ່ງເຮັດໃຫ້ຄົນລາວ ແລະ ຄົນຕ່າງປະເທດໃນນະຄອນຫຼວງວຽງຈັນ ໄດ້ຮູ້ຈັກສິນຄ້າເຂົ້າ ອາຫານ ແລະ ໝາກໄມ້ໄທເພີ່ມຫຼາຍຂຶ້ນ ແລະ ປີນີ້ ໄດ້ເນັ້ນຍ້ຳແຄມເປນເຊື່ອໝັ້ນສິນຄ້າອາຫານໄທປອດໂຄວິດ-19 (Thailand Delivers with Safety) ເພື່ອໃຫ້ຜູ້ບໍລິໂພກໝັ່ນໃຈໃນຄຸນນະ ພາບຂອງສິນຄ້າໄທ ນັບແຕ່ຂະບວນການຜະລິດ ຈົນເຖິງມືຜູ້ບໍລິໂພກອີກດ້ວຍ.

# ຮູບ & ຂ່າວ: ສະບາໄພ

error: Content is protected !!