ວັນທີ 23 ສິງຫາ 2021 ການຂົນສົ່ງເຂົ້າສານຈໍານວນ 627 ໂຕນ ຈາກການຊ່ວຍເຫຼືອຂອງປະເທດຍີ່ປຸ່ນໄດ້ມາຮອດສາງຂອງອົງການອາຫານໂລກທີ່ນະຄອນຫຼວງວຽງຈັນ ພ້ອມນັ້ນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະຖານເອກອັກຄະລາຊະທູດແຫ່ງປະເທດຍີ່ປຸ່ນປະຈໍາ ລາວ ແລະ ອົງການອາຫານໂລກ ໄດ້ຮັບຮອງການເປັນຄູ່ຮ່ວມງານນໍາກັນ ເພື່ອໃຫ້ຄວາມຊ່ວຍເຫຼືອແກ່ບັນດາຊຸມຊົນຜູ້ທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງຂອງສະພາບດິນຟ້າອາກາດ.

ໃນຕົ້ນເດືອນກຸມພາ ປະເທດຍີ່ປຸ່ນໄດ້ມອບການຊ່ວຍເຫຼືອເປັນຈໍານວນ 180 ລ້ານເຢນຍີ່ປຸ່ນ (ປະມານ 1,7 ລ້ານໂດລາສະຫະລັດອາເມຣິກາ) ໃນໄລຍະເວລາ 2 ປີ ເພື່ອຊ່ວຍເຫຼືອບັນເທົາຜົນກະທົບຈາກເຫດການຝົນຕົກໜັກ ແລະ ໄພນໍ້າຖ້ວມໃນເດືອນຕຸລາ 2020 ຢູ່ແຂວງສະຫວັນນະເຂດ ແລະ ບັນດາແຂວງໃນພາກໃຕ້ຂອງລາວ ໂດຍການຊ່ວຍເຫຼືອຂອງປະຊາຊົນຍີ່ປຸ່ນ ອົງການອາຫານໂລກໄດ້ຊື້ເຂົ້າຈໍານວນ 627 ໂຕນ ໃນຄັ້ງທໍາອິດໃຫ້ຜູ້ທີ່ໄດ້ຮັບຜົນກະທົບ 35.000 ຄົນ ໃນ 65 ຊຸມຊົນ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ ເພື່ອໃຫ້ການຊ່ວຍເຫຼືອການຟື້ນຟູຜົນກະທົບ ແລະ ສ້າງຄວາມສາມາດໃນການຟື້ນຟູໂຕເອງໃນໄລຍະຍາວຂອງບັນດາຊຸມຊົນເຫຼົ່ານີ້ ອົງການອາຫານໂລກຈະໄດ້ໃຫ້ການຊ່ວຍເຫຼືອໃນການບູລະນະຟື້ນຟູພື້ນຖານໂຄງລ່າງທາງດ້ານກະສິກໍາທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ດ້ວຍການແລກປ່ຽນກັບແຮງງານຂອງພວກເຂົາ ປະຊາຊົນຈະໄດ້ຮັບເຂົ້າ ແລະ ຄວາມຊ່ວຍເຫຼືອໃນການກໍ່ສ້າງ ຫຼື ບູລະນະສ້ອມແປງພື້ນຖານໂຄງລ່າງຂອງຊຸມຊົນ ເຊິ່ງລວມມີພື້ນທີ່ກະສິກໍາ ຊົນລະປະທານ ແລະ ຄອງລະບາຍນໍ້າ ຖະໜົນຫົນທາງ ແລະ ໂຄງລ່າງພື້ນຖານອື່ນໆ ສິ່ງຕ່າງໆເຫຼົ່ານີ້ ຈະຊ່ວຍໃຫ້ຊຸມຊົນຈະສາມາດເຮັດການຜະລິດໄດ້ຫຼາຍຂຶ້ນໃນອະນາຄົດ ພ້ອມທັງມີຄວາມສາມາດກຽມພ້ອມ ແລະ ຟື້ນຟູໂຕເອງຈາກໄພພິບັດທາງສະພາບອາກາດຕ່າງໆ ນອກນັ້ນ ຈະໄດ້ຈັດຕັ້ງການຝຶກອົບຮົມໃຫ້ ເພື່ອຊ່ວຍໃຫ້ບັນດາຊຸມຊົນສາມາດບໍລິຫານຈັດການໂຄງສ້າງຕ່າງໆເຫຼົ່ານີ້ ເພື່ອສ້າງລາຍຮັບໃຫ້ໄດ້ຫຼາຍຂຶ້ນ ແລະ ມີຄວາມກຽມພ້ອມສໍາລັບເຫດການທີ່ບໍ່ຄາດຄິດທີ່ຈະເກີດຂຶ້ນໃນອະນາຄົດ.

# ຂ່າວ & ພາບ : ຂັນທະວີ