ອີງຕາມການກໍ່ສ້າງວິສະວະກໍາພະລັງງານໄຟຟ້າ ແລະ ວິສະວະກໍາສະໜອງໄຟຟ້າລາກແກ່ຂອງລົດໄຟລາວ-ຈີນ ໄດ້ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ແລະ ສະດວກ ເສັ້ນທາງພະລັງງານໄຟຟ້າຂະໜາດ 10 kv ທີ່ເຊື່ອມຈອດກັນ ແລະ ເຄື່ອງອຸປະກອນທີ່ກ່ຽວຂ້ອງ ຂອງເສັ້ນທາງລົດໄຟທັງໝົດ ເລີ່ມສົ່ງກະແສໄຟຟ້າໃນວັນທີ 24 ສິງຫາ 2021 ຈາກນັ້ນ ເຄື່ອງອຸປະກອນຕ່າງໆ ເຊັ່ນ: ສາຍເຄເບີ້ນທີ່ເຊື່ອມຈອດກັນ ສາຍສົ່ງກາງຫາວ ແລະ ໝໍ້ແປງໄຟ ເປັນຕົ້ນ ຈະໄດ້ຊັກນໍາໄຟຟ້າໝົດ(10 kv)ນອກຈາກນັ້ນແລ້ວ ວິສະວະກໍາສາຍສົ່ງກາງຫາວ ຂອບເຂດລະຫວ່າງອຸໂມງມິດຕະພາບ ບໍ່ເຕັນ ຫາ ສະຖານີລົດໄຟວຽງຈັນ ແລະ ສະຖານີລົດໄຟວຽງຈັນ ຫາ ສະຖານທີ່ຮັກສາສ້ອມແປງຫົວລົດໄຟ(Locomotive depot)ກໍຈະເລີ່ມສົ່ງກະແສໄຟຟ້າເຂົ້າເພື່ອເປີດໃຊ້ງານຢ່າງເປັນທາງການ ໃນເວລາ 9:00 ໂມງຂອງວັນທີ 18 ກັນຍາ 2021 ເຊິ່ງສາຍສົ່ງກາງຫາວ ສາຍສະໜອງໄຟຟ້າ ແລະ ເຄື່ອງອາໄຫຼ່ທີ່ເຊື່ອມຕໍ່ຕາມແນວເສັ້ນທາງລົດໄຟທັງໝົດ ຈະໄດ້ຊັກນໍາໄຟຟ້າແຮງສູງ(27,5kv ດັ່ງນັ້ນ ຈຶ່ງແຈ້ງມາຍັງບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນທີ່ຢູ່ຕາມແນວເສັ້ນທາງລົດໄຟ ເພື່ອຮັບຊາບ ແລະ ຕ້ອງລະມັດລະວັງຕົວໃນການປ້ອງກັນດ້ານຄວາມປອດໄພ ແລະ ເອົາໃຈໃສ່ກັບຄວາມປອດໄພດ້ານການຮັກສາທາງລົດໄຟ.

ຫຼັງຈາກເສັ້ນທາງພະລັງງານໄຟຟ້າທີ່ເຊື່ອມຈອດກັນຂອງເສັ້ນທາງລົດໄຟລາວ-ຈີນ ໄດ້ສົ່ງກະແສໄຟຟ້າເຂົ້າແລ້ວ ເຄື່ອງອຸປະກອນຕ່າງໆ ເຊັ່ນ: ສາຍເຄເບີ້ນທີ່ເຊື່ອມຈອດກັນ ສາຍສົ່ງກາງຫາວ ໝໍ້ແປງໄຟ ແລະ ອື່ນໆ ຈະໄດ້ຊັກນໍາໄຟຟ້າແຮງສູງຂະໜາດ 10 kv ແລະ ຫຼັງຈາກວິສະວະກໍາສາຍສົ່ງກາງຫາວໄດ້ສົ່ງກະແສໄຟຟ້າເຂົ້າແລ້ວ ສາຍສົ່ງໄຟຟ້າ ແລະ ເຄື່ອງອາໄຫຼ່ທີ່ເຊື່ອມຕໍ່ ຈະໄດ້ຊັກນໍາໄຟຟ້າແຮງສູງຂະໜາດ 27,5 kv ໃນຂອບເຂດ 20 ແມັດ ຢູ່ອ້ອມຂ້າງສາຍສົ່ງກາງຫາວ ລ້ວນແຕ່ເປັນເຂດໄຟຟ້າແຮງສູງທີ່ອັນຕະລາຍ ເພື່ອປ້ອງກັນທາງລົດໄຟເກີດອຸບັດເຫດ ທີ່ເຮັດໃຫ້ຄົນບາດເຈັບ ຫຼື ຕາຍດ້ວຍໄຟຟ້າຊ໋ອດ ຫ້າມບໍ່ໃຫ້ປະຊາຊົນທີ່ຢູ່ຕາມແນວເສັ້ນທາງລົດໄຟເຂົ້າໃກ້ພາຍໃນຂອບເຂດ 2 ແມັດ ຂອງສາຍສົ່ງກາງຫາວທີ່ເປັນເຂດອັນຕະລາຍນັ້ນ ຫ້າມຂ້າມຜ່ານສິ່ງຂອງຕ່າງໆໂດຍທາງກົງ ຫຼືທາງອ້ອມ ຫ້າມປີນຂຶ້ນເສົາໄຟເຫຼັກຂອງສາຍສົ່ງກາງຫາວ ແລະ ຫ້າມຫຼິ້ນຢູ່ໃກ້ກັບບໍລິເວນສາຍສົ່ງກາງຫາວຢ່າງເດັດຂາດ.

ນອກນັ້ນ ຖ້າຫາກວ່າປະຊາຊົນທີ່ຢູ່ຕາມແນວເສັ້ນທາງລົດໄຟ ພົບເຫັນມີສິ່ງຂອງຕ່າງໆ ເຊັ່ນ: ສົ້ນສາຍໄຟ ຫຼື ເຄືື່ອງອາໄຫຼ່ ແລະ ອື່ນໆທີ່ແຂວນຫ້ອຍຢູ່ເທິງສາຍພະລັງງານໄຟຟ້າ ແລະ ສາຍສົ່ງກາງຫາວ ແມ່ນຫ້າມບໍ່ໃຫ້ໄປສໍາຜັດ ຫຼື ເຂົ້າໃກ້ ຖ້າຫາກວ່າພົບເຫັນເຄື່ອງອຸປະກອນຕ່າງໆຂອງສາຍພະລັງງານໄຟຟ້າ ແລະ ສາຍສົ່ງກາງຫາວຖືກລັກ ທໍາລາຍມ້າງ ຫຼື ພົບເຫັນວ່າເກີດອັກຄີໄພ ຕ້ອງແຈ້ງໃຫ້ພາກສ່ວນກ່ຽວຂ້ອງທີ່ຢູ່ໃກ້ທີ່ສຸດ ຖ້າຫາກວ່າພົບເຫັນສາຍພະລັງງານໄຟຟ້າ ແລະ ສາຍສົ່ງໄຟຟ້າຂາດ ຕົກ ຈະຕ້ອງຮັກສາໄລຍະຫ່າງຄວາມປອດໄພ 10 ແມັດຂຶ້ນໄປ ແລະ ຕ້ອງແຈ້ງໃຫ້ພາກສ່ວນກ່ຽວຂ້ອງກັບທາງລົດໄຟ ຫຼື ກົມຕໍາຫຼວດທີ່ຢູ່ໃກ້ທີ່ສຸດຢ່າງທັນທີ.
# ຂ່າວ & ພາບ: ຂັນທະວີ