KOICA ແລະ UNDP ໃຫ້ການສະໜັບສະໜູນແກ່ສູນຈໍາກັດບໍລິເວນ

    ລັດຖະບານແຫ່ງ ສປປ ລາວ ໄດ້ປະຕິບັດຢ່າງວ່ອງໄວ ເມື່ອໄດ້ປະເຊີນກັບການຫຼັ່ງໄຫຼເຂົ້າມາຂອງແຮງງານລາວທີ່ກັບຄືນມາປະເທດ ເລີ່ມແຕ່ເດືອນເມສາ 2021 ສູນຈໍາກັດບໍລິເວນແມ່ນໄດ້ຖືກສ້າງຕັ້ງຂຶ້ນ ໂດຍສເພາະແມ່ນຢູ່ທີ່ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ ເພື່ອຮັບປະກັນວ່າຜູ້ທີ່ກັບຄືນມາແມ່ນໄດ້ຮັບການກວດ ແລະ ຈໍາກັດບໍລິເວນກ່ອນທີ່ຈະກັບຫາຄອບຄົວຂອງເຂົາເຈົ້າໃນຂອບເຂດທົ່ວປະເທດ ເຊີ່ງໃນບໍ່ດົນມານີ້ ແຮງງານຈຳນວນຫຼວງຫຼາຍກໍໄດ້ເດີນທາງຂ້າມຜ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 1 ນະຄອນຫຼວງວຽງຈັນ.

    ໃນວັນທີ 20 ສິງຫາ 2021 ອົງການຮ່ວມມືສາກົນ ສ ເກົາຫຼີ (KOICA) ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ປະກອບສ່ວນເຂົ້າໃນຄວາມພະຍາຍາມຂອງລັດຖະບານ ໃນຖານະເປັນສ່ວນໜຶ່ງຂອງໂຄງການການໂຄສະນາເຜີຍແຜ່ໃນຊຸມຊົນເພື່ອຄວາມສະເໝີພາບລະຫວ່າງຍິງ – ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງທີ່ປະເຊີນກັບຜົນກະທົບຂອງການລະບາດຂອງພະຍາດໂຄວິດ-19 ດ້ວຍການສະໜອງຕໍ່ຄວາມຕ້ອງການທີ່ເພີ່ມຂຶ້ນສຳລັບອຸປະກອນ ເພື່ອໄປມອບໃຫ້ສູນຈໍາກັດບໍລິເວນຂົວມິດຕະພາບລາວ-ໄທແຫ່ງທີ 1.

    ທ່ານ ນາງ Jeonghee Im ຜູ້ຕາງໜ້າຂອງອົງການຮ່ວມມືສາກົນ ສ ເກົາຫຼີ (KOICA) ກ່າວວ່າ:  ໃນໂອກາດນີ້ ຂ້າພະເຈົ້າຂໍສະແດງຄວາມຂອບໃຈໃນນາມສ່ວນຕົວ ຕໍ່ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ສຳລັບການຮ່ວມມື ແລະ ຊ່ວຍເຫຼືອໃນການສະໜອງອຸປະກອນ ແລະ ຈັດກິດຈະກຳໃນມື້ນີ້ ເພື່ອຕອບສະໜອງອຸປະກອນຕໍ່ກັບການໂຕ້ຕອບ ກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ເສີມສ້າງຄວາມສາມາດໃນການຄຸ້ມຄອງກໍລະນີໃນປະເທດ ເພື່ອຕໍ່ສູ້ຢ່າງມີປະສິດທິພາບຮ່ວມກັນ ແລະ ເພື່ອຊ່ວຍຊີວິດ.

    ອົງການຮ່ວມມືສາກົນ ສ ເກົາຫຼີ (KOICA) ໄດ້ສະໜອງເສື່ອນອນ 600 ຜືນ ຜ້າປູບ່ອນນອນ 1.000 ຜືນ ແລະ ມຸ້ງກັນຍຸງ 1000 ອັນ ເພື່ອທີ່ຈະນຳໃຊ້ໃນການບໍລິການທີ່ຈຳເປັນສຳລັບແມ່ຍິງຢູ່ໃນສູນຈໍາກັດບໍລິເວນ ແລະ ອົງການ UNDP ໄດ້ປະກອບສ່ວນ 20.000 ໂດລາສະຫະລັດ ປະມານ 191 ລ້ານກວ່າກີບ ເພື່ອສະໜອງອຸປະກອນສຸຂະອະນາໄມ ແລະ ການຮັກສາຄວາມສະອາດໃນສູນ.

    ທ່ານ ນາງ Ricarda Rieger ຜູ້ຕາງໜ້າຂອງອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ກ່າວວ່າ ສິ່ງນີ້ແມ່ນມີຄວາມສຳຄັນຫຼາຍກວ່າທີ່ຜ່ານມາ ສຳລັບອົງການ UNDP ເພື່ອຕອບສະໜອງຢ່າງວ່ອງໄວ ແລະ ພຽງພໍ ຕໍ່ກັບຄວາມຕ້ອງການຂອງປະເທດທີ່ມີການປ່ຽນແປງໃນຊ່ວງວິກິດນີ້ ດ້ວຍການສະໜອງເຄື່ອງອຸປະກອນພື້ນຖານໃຫ້ກັບສູນຈໍາກັດບໍລິເວນ ແລະ ພວກເຮົາຫວັງວ່າ ຈະສາມາດໃຫ້ຄວາມສະດວກສະບາຍແກ່ບຸກຄົນຜູ້ທີ່ສູນເສຍວຽກເຮັດງານທໍາ ແລະ ກໍາລັງລໍຖ້າທີ່ຈະພົບກັບຄອບຄົວຂອງເຂົາເຈົ້າອີກຄັ້ງ ເມື່ອເຂົາເຈົ້າກວດພົບວ່າບໍ່ມີເຊື້ອໂຄວິດ-19 ແລ້ວ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຂໍສະແດງຄວາມຂອບໃຈຕໍ່ອົງການ KOICA ສໍາລັບການປະກອບສ່ວນອັນໃຫຍ່ຫຼວງໃນມື້ນີ້ ລວມທັງອຸປະກອນໂຮງໝໍໃນມູນຄ່າ 30.000 ໂດລາສະຫະລັດ ປະມານ 286 ລ້ານກວ່າກີບ ທີ່ KOICA ໄດ້ສະໜອງໃຫ້ແກ່ໂຮງໝໍເສດຖາທິລາດເພື່ອໂຕ້ຕອບກັບໂຄວິດ-19 ກ່ອນໜ້ານີ້.

# ຂ່າວ & ພາບ :  ເພັດສະໝອນ

error: Content is protected !!