ລະຫວ່າງວັນທີ 23-25 ສິງຫາ 2021 ທີ່ຫໍສະພາແຫ່ງຊາດ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂອງສະພາແຫ່ງຊາດລາວ ເຂົ້າຮ່ວມພິທີເປີດກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 42 (AIPA) ແບບທາງໄກ ຈັດໂດຍສະພານິຕິບັນຍັດແຫ່ງ ບຣູໄນ ດາຣູຊາລາມ ພາຍໃຕ້ການເປັນປະທານຂອງທ່ານ ເປຮິນ ດາໂຕະ ຮາຈິ ອາດູນ ລາມັນ ຕາອິບ ປະທານສະພານິຕິບັນຍັດແຫ່ງບຣູໄນ ດາຣູຊາລາມ ທັງເປັນປະທານກອງປະຊຸມໃຫຍ່ AIPA ຄັ້ງທີ 42 ໃນພິທີເປີດກອງປະຊຸມໃຫຍ່ AIPA ຄັ້ງນີ້ ມີພະມະຫາກະສັດຊຸນຕານແຫ່ງບຣູໄນ ດາຣູຊາລາມ ໃຫ້ກຽດເຂົ້າຮ່ວມ ແລະ ກ່າວປາໄສເປີດກອງປະຊຸມຢ່າງເປັນທາງການ ມີຄະນະຜູ້ແທນທີ່ນຳໂດຍປະທານລັດຖະສະພາຈາກປະເທດສະມາຊິກລັດຖະສະພາອາຊຽນ 9 ປະເທດ ປະເທດສັງເກດການ ແລະ ແຂກຂອງປະເທດເຈົ້າພາບທີ່ເປັນຕົວແທນຈາກລັດຖະສະພາພາກພື້ນ ແລະ ສາກົນເຂົ້າຮ່ວມ.

ເພື່ອປະຕິບັດພັນທະ ແລະ ບົດບາດຂອງຕົນ ໃນຖານະທີ່ສະພາແຫ່ງຊາດແຫ່ງ ສປປ ລາວ ເປັນສະມາຊິກສົມບູນຂອງອົງການສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ເພື່ອສະແດງຄວາມຄິດຄວາມເຫັນ ແລະ ແລກປ່ຽນທັດສະນະຕໍ່ບັນຫາຕ່າງໆຂອງພາກພື້ນ ກໍຄືຂອງໂລກ ກອງປະຊຸມຄັ້ງນີ້ ຈະສຸມໃສ່ຄົ້ນຄວ້າປຶກສາຫາລື ແລກປ່ຽນຄວາມຄິດຄວາມເຫັນ ໃນຫົວຂໍ້ “ເຊື່ອມສານການຮ່ວມມືລັດຖະສະພາໃນການນຳໃຊ້ລະບົບດິຈິຕອນຢ່າງເທົ່າທຽມກັນ ເພື່ອກ້າວສູ່ປະຊາຄົມອາຊຽນ 2025 (Forging Parliamentary Cooperation In Digital Inclusion Towards Asean Community 2025)”.

ຫຼັງຈາກພິທີເປີດຢ່າງເປັນທາງການ ຫົວໜ້າຄະນະຜູ້ແທນຂອງລັດຖະສະພາແຕ່ລະປະເທດສະມາຊິກ AIPA ໄດ້ຜັດປ່ຽນກັນຂຶ້ນກ່າວປາໄສຕໍ່ກອງປະຊຸມຕາມລຳດັບ ໂອກາດນີ້ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ກໍໄດ້ກ່າວປາໄສຕໍ່ກອງປະຊຸມຄົບຄະນະ ວາລະທີ 1 ໂດຍທ່ານໄດ້ຕີລາຄາສູງ ແລະ ສະໜັບສະໜູນຕໍ່ຄຳຂວັນຂອງກອງປະຊຸມໃຫຍ່ AIPA ຄັ້ງນີ້ ມີຄວາມໝາຍ ແລະ ຄວາມສຳຄັນຫຼາຍ ເຊິ່ງຈະເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນແມ່ບົດດິຈິຕອນອາຊຽນ 2025 ແລະ ແຜນປະຕິບັດງານອາຊຽນດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ 2016-2025 ພ້ອມກັນນີ້ ທ່ານຍັງໄດ້ຕີລາຄາສະພາບການໃນພາກພື້ນ ກໍຄືໃນທົ່ວໂລກ ທີ່ພວມສືບຕໍ່ຜັນແປໄປຢ່າງສັບສົນ ແລະ ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນການແຜ່ລະບາດຂອງພະຍາດໂຄວິດ-19 ໄພພິບັດທໍາມະຊາດ ແລະ ອື່ນໆ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ສຸຂະພາບ ການພັດທະນາເສດຖະກິດ-ສັງຄົມ ສະຖຽນລະພາບ ຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ ນອກຈາກນີ້ທ່ານໄດ້ຍົກໃຫ້ເຫັນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງປະເທດເທື່ອທີ IX (2021-2025) ໃນຕອນທ້າຍ ທ່ານໄດ້ຮຽກຮ້ອງໃຫ້ລັດຖະສະພາສະມາຊິກ AIPA ສືບຕໍ່ຮັດແໜ້ນການຮ່ວມມືໃນການຊຸກຍູ້ສົ່ງເສີມການຄົ້ນຄວ້າ ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເຊື່ອມສານການຮ່ວມມືລັດຖະສະພາໃນການນຳໃຊ້ ແລະ ເຂົ້າເຖິງລະບົບດິຈິຕອນຂອງທຸກຊັ້ນໃນສັງຄົມຢ່າງທົ່ວເຖິງ ແລະ ເທົ່າທຽມກັນ ກ້າວສູ່ປະຊາຄົມອາຊຽນ ສົ່ງເສີມການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນໃຫ້ມີສ່ວນຮ່ວມໃນວຽກງານດັ່ງກ່າວໃຫ້ຫຼາຍຂຶ້ນ ພ້ອມທັງຊຸກຍູ້ໃຫ້ລັດຖະບານປະເທດສະມາຊິກອາຊຽນຈັດຕັ້ງຜັນຂະຫຍາຍແຜນແມ່ບົດດ້ານດີຈີຕອນຂອງອາຊຽນ 2025 ແລະ ແຜນປະຕິບັດງານອາຊຽນດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ 2016-2025 ເຂົ້າໃນນະໂຍບາຍ ແລະ ລະບຽບກົດໝາຍຂອງແຕ່ລະປະເທດສະມາຊິກອາຊຽນໃຫ້ມີຄວາມສອດຄ່ອງກົມກຽວກັນ. ນອກຈາກນີ້ ກອງປະຊຸມຍັງມີກອງປະຊຸມຕ່າງໆທີ່ປິ່ນອ້ອມເຊັ່ນ ກອງປະຊຸມຄະນະສະມາຊິກລັດຖະສະພາເພດຍິງ ກຳມາທິການການເມືອງ ກຳມາທິການເສດຖະກິດ ກຳມາທິການສັງຄົມ ແລະ ກຳມາທິການວຽກງານພາຍໃນຂອງ AIPA ຈະໄດ້ດຳເນີນຕາມວາລະຂອງກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ກອງປະຊຸມຍັງຈະໄດ້ຄົ້ນຄວ້າ ປຶກສາຫາລື ແລະ ພິຈາລະນາຮັບຮອງເອົາຮ່າງມະຕິ 28 ສະບັບ.

# ຂ່າວ & ພາບ : ອົ່ນ ໄຟສົມທອງ